(VOVWORLD) - ຕອນບ່າຍວັນທີ 15 ສິງຫາ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຈັດວັນບຸນແຮງງານປະດິດຄິດສ້າງ 2025 ດ້ວຍຫຼາຍກິດຈະກຳທີ່ອຸດົມສົມບູນ.
ເວທີປາໄສ “ຊຸກຍູ້ຄວາມສາມາດບົ່ມຊ້ອນປະດິດຄິດສ້າງຂອງຊາວຜູ້ອອກແຮງງານ” ແລະ ພິທີມອບລາງວັນ “ວິສາຫະກິດເພື່ອຊາວຜູ້ອອກແຮງງານປີ 2025”. |
ເນື້ອໃນຈຸດສຸມຂອງເຫດການດັ່ງກ່າວແມ່ນບັນດາກິດຈະກຳ, ເຊັ່ນ: ງານວາງສະແດງ “ວິວັດທະນາການປະດິດຄິດສ້າງ - ຄວາມຄາດຫວັງບືນຕົວຂຶ້ນ”, ເວທີປາໄສ “ຊຸກຍູ້ຄວາມສາມາດບົ່ມຊ້ອນປະດິດຄິດສ້າງຂອງຊາວຜູ້ອອກແຮງງານ” ແລະ ພິທີມອບລາງວັນ “ວິສາຫະກິດເພື່ອຊາວຜູ້ອອກແຮງງານປີ 2025”.
ເຂົ້າຮ່ວມວັນບຸນແຮງງານປະດິດຄິດສ້າງປີ 2025, ທ່ານ ເຈິ່ນເກີມຕູ໊, ຜູ້ປະຈຳການຄະນະເລທິການ, ໄດ້ເນັ້ນໜັກວ່າ: ນະວັດຕະກຳ ບໍ່ພຽງແຕ່ແມ່ນການເລືອກເຟັ້ນອີກແລ້ວ, ຫາກແມ່ນເສັ້ນທາງທີ່ຈຳເປັນເພື່ອນຳ ຫວຽດນາມ ພັດທະນາຢ່າງວ່ອງໄວ, ຍືນຍົງ ແລະ ມີສີສັນ. ນັບລ້ານຂໍ້ລິເລີ່ມ, ກິດຈະກຳ, ມາດຕະການເຕັກນິກໄດ້ປະກອບສ່ວນເພີ່ມສະມັດຕະພາບ, ຍົກສູງຄຸນນະພາບ ແລະ ປະສິດທິຜົນເສດຖະກິດ - ສັງຄົມ. ທ່ານກ່າວວ່າ:
“ນັ້ນແມ່ນພະຍານຫຼັກຖານໃຫ້ແກ່ພຸມປັນຍາ ແລະ ຄວາມຄາດຫວັງອຸທິດສ່ວນຂອງຊົນຊັ້ນກຳມະກອນ ຫວຽດນາມ ໃນວິວິວັດທະນາການ 80 ປີແຫ່ງວັນກຳມະກອນ ຫວຽດນາມ ຮ່ວມເດີນທາງພ້ອມກັບປະເທດຊາດ, ພິເສດແມ່ນໃນໄລຍະ 40 ປີແຫ່ງວັນປ່ຽນແປງໃໝ່ທີ່ເຕັມໄປດ້ວຍຈັນຍາປັນ, ຫົວຄິດປະດິດສ້າງ ແລະ ອົງອາດກ້າແກ່ນ. ນັ້ນແມ່ນສິ່ງຍອດຍິ່ງຂອງຂະບວນວິວັດສັງເກດຢ່າງລະອຽດລະອໍ, ການສຳຜັດຂອງຊີວິດຕົວຈິງຢູ່ກິດຈະກຳ, ໂຮງຈັກໂຮງງານ, ຕ່ອງໂສ້ການຜະລິດຂອງແຮງງານຜູ້ທຳມະດາ ແຕ່ດ້ວຍນ້ຳໃຈຄວາມຮັບຜິດຊອບ, ຄວາມຮັກອາຊີບ, ເຈດຈຳນົງບືນຕົວຂຶ້ນ, ຄວາມຄາດຫວັງປ່ຽນແປງໃໝ່, ເຮັດໃໝ່ຈາກບັນດາສິ່ງທີ່ເບິ່ງຄືວ່າເລັກໆນ້ອຍໆທີ່ສຸດ, ແຕ່ພວມປະກອບສ່ວນສ້າງໂສມໜ້າໃໝ່ໃຫ້ແກ່ປະເທດຊາດຢ່າງມິດງຽບ”.