ວິສາຫະກິດ ອິດສະຣາແອນຫັນການລົງທຶນເຂົ້າຕະຫຼາດ ຫວຽດນາມ

ວິສາຫະກິດ ອິດສະຣາແອນຫັນການລົງທຶນເຂົ້າຕະຫຼາດ ຫວຽດນາມ - ảnh 1
( ​ເຈຍ​ລະ​ໄນເພັດ )
( vov world ) ກົມ ອາຊີ - ປາຊີ​ຟິກ ( ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ) ​ໃຫ້​ຮູ້​ວ່າ, ຫວຽດນາມ ​ພວມ​​ແມ່ນ​ຈຸດນັດ​ພົບ​ຂອງ​ບັນດາ​ບໍລິສັດ​ເຈຍ​ລະ​ໄນເພັດ ອິດສະຣາແອນ. ນອກຈາກ​ນັ້ນ, ບັນດາ​ຂົງ​ເຂດ​ທ່າ​ແຮງ​ຂອງ​ປະ​ເທດ​ນີ້​ເຊິ່ງ ຫວຽດນາມ ສາມາດ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ແມ່ນ​ຂົງ​ເຂດ​ອຸດ​ສະຫະ​ກຳຮັກສາອາຫານ, ​ເຕັກ​ໂນ​ໂລ​ຊີ​ກະສິກຳ, ​​ໂທລະ​ຄົມ, ເອ​ເລກ​ໂຕ​ນິກສາ​ທະ​ລະນະ​ສຸກ... ນີ້​ແມ່ນ​ຂົງ​ເຂດ​ເຊິ່ງ ຫວຽດນາມ ມີ​ຄວາມ​ຕ້ອງການ​ຢ່າງ​ແທ້​ຈິງ ​ແລະ ບັນດາ​ວິ​ສາ​ຫະກິດ​ຂອງ ອິດສະຣາ​ແອນ ກໍ່​ປາດ​ຖະນາ​ຢາກ​ລົງທຶນ​ເຂົ້າ ຫວຽດນາມ. ຕາມ​ກົມ ອາຊີ - ປາຊີ​ຟິກ, ອິດສະຣາ​ແອນ ຈະ​ນຳ​ໜ້າ​ໃນ​ບັນດາ​ຂົງ​ເຂດ​ຄື ​ເຄື່ອງອາ​ໄລ່​ເອ​ເລກ​ໂຕ​ນິກ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ໂທລະ​ຄົມ, ສາທາລະນະ​ສຸກ, ເຕັກ​ໂນ​ໂລ​ຊີ​ກະສິກຳ, ທາດ​ເຄມີ, ພະລັງງານ​ໃໝ່… ​​ແຕ່​ຖ້າ​ຫາກພິຈາລະນາ​ກ່ຽວ​ກັບ​ດ້ານ​ການ​ຄ້າ ອິດສະຣາ​ແອນ ຍາກ​ຈະ​ເປັນ​ຕະຫຼາດ​ຈຸດ​ສຸມ​ຂອງ ຫວຽດນາມ ຢູ່​ພາກ​ພື້ນ ​ແຕ່​ຂຸດ​ຂົ້ນທ່າ​ແຮງ​ຂອງ​ຕະຫຼາດ​ນີ້​ກ່ຽວ​ກັບ​ກດ້ານອຸດສາ​ຫະກຳ​ຈະ​ນຳ​ມາ​ເຊິ່ງມູນ​ຄ່າຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ຜະລິດ​ພາຍ​ໃນ​ປະ​ເທດ​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ