ວາງສະແດງບັນດາຜົນງານຂອງແມ່ຍິງພາກໃຕ້ຫວຽດນາມໃນພາລະກິດປົດປ່ອຍຊາດ

ວາງສະແດງບັນດາຜົນງານຂອງແມ່ຍິງພາກໃຕ້ຫວຽດນາມໃນພາລະກິດປົດປ່ອຍຊາດ - ảnh 1
ການວາງສະ​ແດງ​ ”ການ​ປະກອບສ່ວນ​ຂອງ​ແມ່ຍິງ​ພາກ​ໃຕ້”
ພາບ:xaluan.com


(vovworld)- ວັນ​ທີ 6/3 ຢູ່ ນະຄອນ ​ໂຮ່ຈິ​ມີນ, ຫໍພິພິດທະພັນ​ແມ່​ຍິງ ພາກ​ໃຕ້ ​ໄດ້​​ໄຂ​ການວາງສະ​ແດງ​ຫົວ​ເລື່ອງ​ສະ​ເພາະ“ການ​ປະກອບສ່ວນ​ຂອງ​ແມ່ຍິງ​ພາກ​ໃຕ້​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ຜ່ານ​ການ​ຕໍ່​ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ”. ດ້ວຍ​ຮູບ​ພາບ 80 ​ແຜ່ນ ​ແລະ ວັດຖຸ​ພັນ 40 ຢ່າງ ພ້ອມ​ກັບ​ເອກະສານ​ວິ​ທະ​ຍາ​ສາດ​ຫລາຍ​ຢ່າງ ​ໄດ້​ແນະນຳ​ບັນດາ​ຜົນງານ​ຂອງ​ແມ່ຍິງ​ພາກ​ໃຕ້​ຫວຽດນາມ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ ​ແລະ ​ແນະນຳ​ໃຫ້​ຜູ້​ຊົມ ພິ​ເສດ​ແມ່ນ​ໄວ​ຫນຸ່ມ​ກ່ຽວ​ກັບ​ມູນ​ເຊື້ອ​ຕໍ່ສູ້​ຂອງ​ແມ່ຍິງ​ພາກ​ໃຕ້​​ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດ. ທ່ານ​ນາງ ຫງວຽນ​ທິທຳ, ຫົວຫນ້າ​ຫໍພິພິດທະພັນ​ແມ່ຍິງ ພາກ​ໃຕ້ ​ໃຫ້​ຮູ້​ວ່າ: ການວາງສະ​ແດງ​ໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຮູບ​ພາບ​ແມ່ຍິງ​ຫວຽດນາມ​ທີ່​ອົງ​ອາດ​ກ້າ​ແກ່ນໃນ​ການ​ຕໍ່​ຕ້ານ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ.

ຂ່າວ/ບົດ​ອື່ນ