ວາງສະແດງເອກະສານ 1.000 ຢ່າງກ່ຽວກັບສະພາແຫ່ງຊາດຫວຽດນາມ
ວາງສະແດງເອກະສານ 1.000 ຢ່າງກ່ຽວກັບສະພາແຫ່ງຊາດຫວຽດນາມ
(ພາບ: baomoi)
(vovworld) – ງານວາງສະແດງປື້ມ, ເອກະສານ “70 ປີແຫ່ງວັນເລືອກຕັ້ງທົ່ວປະເທດຫວຽດນາມ” ຖືກໄຂຂຶ້ນໃນຕອນບ່າຍວັນທີ 04/01, ຢູ່ຫໍພິພິດຕະພັນແຫ່ງຊາດຮ່າໂນ້ຍ. ເຫດການໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈັດຕັ້ງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດທົ່ວປະເທດຫວຽດນາມ ຄັ້ງທຳອິດ (06/01/1946 – 06/01/2016). ງານວາງສະແດງໄດ້ ນຳວາງສະແດງເອກະສານ 1.000 ຢ່າງກ່ຽວກັບກັບສະພາແຫ່ງຊາດຫວຽດນາມ ເພື່ອແນໃສ່ວາດພາບບັນດາຊຸມວັນເດືອນປີປະຫວັດສາດ, ຜ່ານການເຄື່ອນໄຫວ ແລະ ຜົນງານອັນໃຫຍ່ຫຼວງເຊິ່ງສະພາແຫ່ງຊາດ ແລະ ປະຊາຊົນບັນລຸໄດ້ໃນໄລຍະ 70 ປີິຜ່ານມາ. ບັນດາເອກະສານດັ່ງກ່າວໄດ້ພິມຈຳໜ່າຍເປັນປື້ມ, ໄດ້ລົງພິມໃນບັນດາໜັງສືພິມ, ວາລະສານ. ງານວາງສະແດງໄດ້ເປິດປະຕູຮອດວັນທີ 12/01 ຈຶງຈະອັດລົງ.