ວຽກງານການຕ່າງປະເທດໄດ້ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການພັດທະນາຂອງນະຄອນຫຼວງຮ່າໂຮ້ຍ

ວຽກງານການຕ່າງປະເທດໄດ້ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການພັດທະນາຂອງນະຄອນຫຼວງຮ່າໂຮ້ຍ - ảnh 1
ພາບ​ຈາກ: baomoi.com

(vovworld) – ​​​​​ວັນ​ທີ 12/1, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ນະ​ຄອນ ຮ່າ​ໂນ້ຍ ໄດ້​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ປີ 2015. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫວູ​ຊວນ​ຮົ່ງ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ເຊິ່ງ ຮ່າ​ໂນ້ຍ​ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ. ຕາມ​ທ່ານ​ແລ້ວ, ໃນ​ປີ 2015, ດ້ວຍ​ຈຸດ​ສຸມ​ແມ່ນ​ສະ​ເຫຼີມ​ສະຫຼອງ​ບັນ​ດາ​ວັນ​ບຸນ​ໃຫຍ່​ຄື: 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ… ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ນະ​ຄອນ ຄວນ​ສືບ​ຕໍ່​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ, ​ສະ​ມາ​ຄົມ ແລະ ບັນ​ດາ​ອົງ​ການ​ສະ​ມາ​ຊິກ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍຕ່າງໆ, ຜ່ານນັ້ນ​ແນະ​ນຳ​ພາບ​ພົດ​ຂອງ​ນະ​ຄອນຫຼວງ​ເຖິງ​ເພື່ອນ​ມິດ​ສາ​ກົນ.

        ທ່ານ​ເລ​ຮົ່ງ​ເຊີນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ, ໃຫ້​ຮູ້​ວ່າ: ດ້ວຍ​ໜ້າ​ທີ່​ແມ່ນ​ຫົວ​ໜ່ວຍ​ປະ​ຈຳ​ການ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ນະ​ຄອນ, ສະ​ຫະ​ພັນ​ໄດ້​ຮັກ​ສາ​ການ​ພົວ​ພັນ​ມິດ​ຕະ​ພາບ​ກັບ​ສະ​ຖານ​ທູດ​ປະ​ເທດ​ຕ່າງ​ໆ, ບັນ​ດາ​ອົງ​ການ​ສາ​ກົນ​ປະ​ຈຳ ຫວຽດ​ນາມ ເປັນ​ປະ​ຈຳ. ປີ 2015, ນະ​ຄອນ​ສູ້​ຊົນ​​ເພື່ອ​ບັນ​ລຸ​ໃຫ້​ໄດ້​ບັນ​ດາ​ໝາກ​ຜົນ​ອັນ​ດີ​ງາມ, ປະ​ກອບ​ສ່ວນ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ເຂົ້​າ​ໃນ​ພາ​ລະ​ກິດ​ສ້າງ​ສາ, ພັດ​ທະ​ນາ ແລະ ຍົກ​ທີ່​ຕັ້ງ​ບົດ​ບາດ​ຂອງ​ນະ​ຄອນຫຼວງ​ໃນ​ໄລ​ຍະ​ໃໝ່.


ຂ່າວ/ບົດ​ອື່ນ