ສົ່ງເສີມວິສາຫະກິດໝູນໃຊ້ເຕັກໂນໂລຢີເປັນມິດກັບສິ່ງແວດລ້ອມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ເນັ້ນໜັກວ່າ ລັດຖະບານຍາມໃດກໍ່ຕີລາຄາສູງບົດບາດຂອງ ວິສາຫະກິດ ໃນການປ່ຽນໃໝ່ເຕັກໂນໂລຢີ, ປະຕິບັດຄາດໝາຍການເຕີບໂຕຂຽວ. 
ສົ່ງເສີມວິສາຫະກິດໝູນໃຊ້ເຕັກໂນໂລຢີເປັນມິດກັບສິ່ງແວດລ້ອມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ຖ່າຍຮູບທີ່ລະນຶກກັບບັນດາຜູ້ເຂົ້າຮ່ວມການພົບປະ 

ຕອນເຊົ້າວັນທີ 23 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ, ໄດ້ຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມ ລາຍການວິສາຫະກິດຢ່າງມີຫົວຄິດປະດິດສ້າງ, ໝູນໃຊ້ເຕັກໂນໂລຢີ ທີ່ເປັນມິດກັບສິ່ງແວດລ້ອມເພື່ອຄາດໝາຍການເຕີບໂຕແຫ່ງຊາດໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຈັດຕັ້ງ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ເນັ້ນໜັກວ່າ ລັດຖະບານຍາມໃດກໍ່ຕີລາຄາສູງບົດບາດຂອງ ວິສາຫະກິດ ໃນການປ່ຽນໃໝ່ເຕັກໂນໂລຢີ, ປະຕິບັດຄາດໝາຍການເຕີບໂຕຂຽວ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດາວິສາຫະກິດຍາມໃດກໍ່ຕ້ອງວາງຄາດໝາຍປ່ຽນໃໝ່ເຕັກໂນໂລຢີເພື່ອຍົກສູງປະສິດທິຜົນການດຳເນີນທຸລະກິດ, ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ນຳໃຊ້ແຫຼ່ງຊັບພະຍາກອນຢ່າງປະຢັດ, ມີປະສິດທິຜົນ, ສືບຕໍ່ຍົກສູງກຳລັງຄວາມສາມາດຂອງຕົນ, ໝູນໃຊ້ທຸກໆກາລະໂອກາດຈາກການປະຕິວັດອຸດສາຫະກຳຄັ້ງທີ 4. ພິເສດ, ໝູນໃຊ້ເຕັກໂນໂລຢີເພື່ອປົກປັກຮັກສາສິ່ງແວດລ້ອມຕ້ອງກຳນົດວ່າແມ່ນຄວາມຮັບຜິດຊອບຂອງແຕ່ລະວິສາຫະກິດ, ຂອງປະຊາຊົນແຕ່ລະຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ