ສີ້ນສຸດການເລືອກຕັ້ງ ສະພາແຫ່ງຊາດຢູ່ ມ້ຽນມາ

ສີ້ນສຸດການເລືອກຕັ້ງ ສະພາແຫ່ງຊາດຢູ່ ມ້ຽນມາ - ảnh 1

ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ເພີ່ມ​ເຕີມ​ຢູ່​ມ້ຽນ​ມາ

(ພາບ:tinmoi24h.com)

( vovworld ) – ​ບັນດາ​ສະຖານ​ທີ່​ປ່ອນ​ບັດ ​ໃນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ເພີ່ມ​ເຕີມ​ຢູ່​ມ້ຽນ​ມາ ຊື່​ງ​ໄດ້​ປິດ​ປະຕູ​ໃນ​ເວລາ 16 ​ໂມງ ຂອງວັນ​ທີ 1/4 ​ແລະ ວຽກ​ງານ​ນັບ​ບັດ​ພວມ​ດຳ​ເນີນ​ໄປ​ໂດຍ​ພາຍ​ໃຕ້​ການ​ເປັນ​ສັກຂີ​ພິຍານຂອງ​ຜູ້ຕາງໜ້າ​າບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ ​ແລະ ປະຊາຊົນ 10 ຄົນ. ທ່າ​ງນາງ Aung San Suu Kyi ຜູ້​ຕາງ​ໜ້າຂອງ​ພັກພັນທະ​ມິ​ດເພື່ອ​ປະຊາທິປະ​ໄຕ​ແຫ່ງ​ຊາດ (NLD) ​ໄດ້​ຮັບ​ໄຊຊະນະຄັ້ງປະຫວັດສາດ ​ເມື່ອ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ຕ່ຳ​ມ້ຽນ​ມາ ດ້ວຍ 75% ບັດ​ສະໜັບສະໜູນ. ພັກ NLD ກໍ​ຍາດ​ໄດ້​ຢ່າງ​ໜ້ອຍ​ສຸດ 10 ທີ່​ນັ່ງ ​ໃນຈຳນວນ 45 ທີ່​ນັ່ງ​ໄດ້​ຮັບ​ການ​ເລືອກ​ຕັ້ງຄືນ​ໃໝ່​ໃນ​ການ​ເລືອກ​ຕັ້ງຄັ້ງນີ້. ຄາດ​ວ່າ, ໝາກຜົນ​ສຸດ​ທ້າຍ​ຂອງການເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ເພີ່ມ​ເຕີມ​ຢູ່​ມ້ຽນ​ມາ ຈະ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​ໃນ​ຮອບ​ເວລາ 1 ສັບປະດາ​ທີ່​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ