ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ປ້ອງ​ກັນຊາດ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ

(VOVWORLD) - ຕອນເຊົ້າວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດການພົບປະກັບສື່ມວນຊົນເພື່ອແນະນຳກ່ຽວກັບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 10.
ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ປ້ອງ​ກັນຊາດ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ - ảnh 1ບັນຍາກາດການພົບປະກັບສື່ມວນຊົນ (ພາບ: nhandan.vn)

 ເຫດການໄດ້ດຳເນີນແຕ່ວັນທີ 18 – 19 ມີນາ ຢູ່ແຂວງ ກວາງນິງ (ຫວຽດນາມ) ແລະ ເຂດປົກຄອງດ້ວຍຕົນເອງຊາວເຜົ່າ ຈວາງ ແຂວງ ກວາງຊີ (ຈີນ), ເພື່ອແນໃສ່ສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດ ໃຫ້ນັບມື້ນັບແທດຈິງກວ່າເກົ່າ; ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີ, ຊຸກຍູ້ການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນເຂດຊາຍແດນສອງປະເທດ ກໍຄືສາຍພົວພັນລະຫວ່າງກອງທັບສອງປະເທດ ຫວຽດນາມ - ຈີນ, ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ.

        ກ່ຽວກັບບັນດາການເຄື່ອນໄຫວຫຼັກໃນງານພົບປະ, ຄາດວ່າຈະດຳເນີນຢູ່ ຫວຽດນາມ ໃນວັນທີ 18 ມີນາ ແລະ ວັນທີ 19 ມີນາ ຈັດຂຶ້ນຢູ່ ຈີນ.

        ໃນຂອບເຂດງານພົບປະຄັ້ງທີ 10, ເຫຼົ່າທັບເຮືອ ຈະສົ່ງກອງກຳລັງລວມມີກຳປັ່ນໝາຍເລກ 015 ເຈິ່ນຮຶງດ້າວ ແລະ ກ່ຳປັ່ນ 012 ຫຼີຖາຍໂຕ ຂຶ້ນກັບການຄຸ້ມຄອງຂອງກອງພັນນ້ອຍ 162 (ທະຫານເຮືອເຂດ 4) ເຂົ້າຮ່ວມການລາດຕະເວນ ແລະ ຝຶກແອັບຮ່ວມກັບກອງທັບເຮືອ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ