ຫວຽດ​ນາມ ແລະ UAE ຫັນ​ເປົ້າ​ໝາຍ​​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 10 ຕື້ USD ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

(VOVWORLD) - ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະສານສົມທົບກັບ UAE ແລະ ບັນດາປະເທດ ໃນພາກພື້ນຕາເວັນອອກກາງ ເພື່ອຊຸກຍູ້ການຊອກຫາ ມາດຕະການແກ້ໄຂການປະທະກັນຢູ່ພາກພື້ນໂດຍສັນຕິວິທີ. 
ຫວຽດ​ນາມ ແລະ UAE ຫັນ​ເປົ້າ​ໝາຍ​​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 10 ຕື້ USD ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ - ảnh 1 ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມສົນທະນາທາງໂທລະສັບກັບທ່ານ Sheikh Mohammed bin Zayed Al-Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ (ພາບ: VOV)

ຕອນຄ່ຳວັນທີ 9 ມີນາ, ທີ່ການສົນທະນາທາງໂທລະສັບກັບທ່ານ Sheikh Mohammed bin Zayed Al-Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ (UAE), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະສານສົມທົບກັບ UAE ແລະ ບັນດາປະເທດ ໃນພາກພື້ນຕາເວັນອອກກາງ ເພື່ອຊຸກຍູ້ການຊອກຫາ ມາດຕະການແກ້ໄຂການປະທະກັນຢູ່ພາກພື້ນໂດຍສັນຕິວິທີ. ສ່ວນທ່ານ Sheikh Mohammed bin Zayed Al-Nahyan ປະທານາທິບໍດີ UAE ປາດຖະໜາຢາກປັບປຸງການພົວພັນກັບ ຫວຽດນາມ ພ້ອມແລ້ວທີ່ຈະປະສານສົມທົບກັນເພື່ອຊຸກຍູ້ການພົວພັນສອງປະເທດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງກວ່າ, ທ່ານສະເໜີການນຳສອງປະເທດຕັ້ງໜ້າພົບປະ, ເປີດກວ້າງຂອບເຂດການເຊື່ອມຕໍ່ ແລະ ພົວພັນໃນທຸກຂັ້ນ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ. ທ່ານປະທານາທິບໍດີ UAE ໃຫ້ຮູ້ວ່າ ຈະໜູນຊ່ວຍ ຄວາມຕ້ອງການດ້ານພະລັງງານຫຼາຍທີສຸດໃຫ້ແກ່ ຫວຽດນາມໃນສະເພາະໜ້າ ແລະໃນໄລຍະ ຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ