ສືບຕໍ່ໂຄງການດຳເນີນງານຂອງວາລະປະຊຸມຄັ້ງທີ44ຄະນະປະຈຳສະພາແຫ່ງຊາດ
![ສືບຕໍ່ໂຄງການດຳເນີນງານຂອງວາລະປະຊຸມຄັ້ງທີ44ຄະນະປະຈຳສະພາແຫ່ງຊາດ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_01_15/khai-mac-phien-ho-quoc-hoi-44.jpg)
ວາລະປະຊຸມຄັ້ງທີ 44 ຂອງຄະນະປະຈຳສະພາແຫ່ງຊາດ ໄຂຂຶ້ນໃນ
ວັນທີ 14/1
(ພາບປະກອບ)
|
Vovworld - ວັນທີ 15/1, ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ລາຍການເຮັດວຽກຂອງວາລະປະຊຸມຄັ້ງທີ 44. ໃນຕອນເຊົ້າ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບຮ່າງມະຕິແນະນຳເລື່ອງກຳນົດຮ່າງໂຄງປະກອບ, ພາກສ່ວນ, ຈັດແບ່ງຈຳນວນຜູ້ໄດ້ຮັບ ແນະນຳອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນທຸກຂັ້ນ.
ຕອນບ່າຍ, ບັນດາສະມາຊິກຂອງຄະນະປະຈຳສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍພາສີສົ່ງອອກ, ພາສີນຳເຂົ້າ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍພາສີຈຳໜ່າຍພິເສດ ແລະ ກົດໝາຍວ່າດ້ວຍການຄຸ້ມຄອງພາສີ.