ສັບປະດາຟີມຮູບເງົາເປຣູເປັນຄັ້ງທຳອິດຢູ່ຫວຽດນາມ
ສັບປະດາອາຫານການກິນ ເປຣູ ຈັດຂຶ້ນຢູ່ ຮ່າໂນ້ຍ
ແລະ ນະຄອນ ໂຮ່ຈິມີນ ແຕ່ວັນທີ 24-28/11
ພາບ:baomoi.com
|
(vovworld)- ຕອນຄ່ຳວັນທີ 5/12, ສັບປະດາ ຟີມຮູບເງົາ ເປຣູ ຖືກໄຂຂຶ້ນຢູ່ ຮ່າໂນ້ຍ ແມ່ນຫນຶ່ງໃນບັນດາການເຄື່ອນໄຫວວັດທະນະທຳ ໂດຍສະຖານທູດ ເປຣູ ປະຈຳ ຫວຽດນາມ ຈັດຕັ້ງຂຶ້ນ ເນື່ອງໃນໂອກາດສະເຫລີມສະຫລອງ 20 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ເປຣູ (1994-2014). ເຫດການນີ້ແມ່ນຕໍ່ຈາກ “ສັບປະດາອາຫານການກິນ ເປຣູ” ຊື່ງຈັດຂຶ້ນຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມີນ ແຕ່ວັນທີ 24-28/11 ຜ່ານມາ. ສັບປະດາຟິມຮູບເງົາ ເປຣູ ດຳເນີນໄປແຕ່ວັນທີ 5-7/12 ແລະ ມີຮູບເງົາ 5 ເລື່ອງທີ່ເປັນເອກະລັກສະເພາະ ແລະ ມີຫົວເລື່ອງແຕກຕ່າງກັນ ຈະແນະນຳໃຫ້ຜູ້ຊົມ ກ່ຽວກັບບັນດາຂົງເຂດວັດທະນະທຳ, ປະຫວັດສາດ ກໍຄືຊີວິດທັນສະໄຫມຂອງປະເທດ ເປຣູ.
ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມເນື່ອງໃນໂອກາດນີ້, ທ່ານ Luis Tsuboyama, ອຸປະທູດຊົ່ວຄາວສະຖານທູດ ເປຣູ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ເປຣູ ຕີລາຄາວ່າ ຫວຽດນາມ ແມ່ນປະເທດທີ່ສຳຄັນໃນພາກພື້ນ ແລະ ຢາກຮັດແຫນ້ນການພົວພັນການລົງທຶນ, ການຄ້າສອງຝ່າຍ.
“ນອກຈາກກຳໄດ້ບັນດາກາລະໂອກາດກ່ຽວກັບດ້ານການຄ້າ, ການລົງທຶນ, ພວກຂ້າພະເຈົ້າຍັງມີບັນດາການເຄື່ອນໄຫວວົງຄະນາຍາດ, ການພົວພັນແລກປ່ຽນປະຊາຊົນ. ພວກຂ້າພະເຈົ້າມີໂອກາດໄດ້ເຮັດວຽກກັບບັນດາມະຫາວິທະຍາໄລຢູ່ຫວຽດນາມ. ພວກຂ້າພະເຈົ້າຫາກໍ່ຈັດຕັ້ງການເສັງຂຽນບົດກ່ຽວກັບເປຣູ. ຜ່ານນີ້ ພວກຂ້າພະເຈົ້າພວມມຸ່ງໄປສູ່ບັນດາຍຸດທະສາດກ່ຽວກັບການທູດປະຊາຊົນ.”