ສ​ປ​ຊ ​ປະ​ກາດ​ສະ​ພາ​ວະ​ສຸກ​ເສີນທາງ​ດ້ານມະ​ນຸດ​ສະ​ທໍ​າ​​ຢ່າງຮ້າຍ​ແຮງ​ຢູ່​ຕາ​ເວັນ​ອອກ​ກາງ

(VOVWORLD) - ທ່ານ Ayaki Ito ຮຽກຮ້ອງໃຫ້ມີປະຕິກິລິຍາໃນທັນທີໃນທົ່ວພາກພື້ນຕໍ່ວິກິດການມະນຸດສະທຳຢູ່ຕາເວັນອອກກາງ, ກະຕຸກຊຸກຍູ້ບັນດາຝ່າຍຢຸດຍິງ ແລະ ສ້າງໂອກາດໃຫ້ແກ່ສັນຕິພາບ.

ວັນທີ 06 ມີນາ, ຂ້າຫຼວງໃຫຍ່ ສປຊ ກ່ຽວກັບຊາວລີ້ໄພ (UNHCR) ໄດ້ປະກາດວ່າ, ວິກິດການຢູ່ຕາເວັນອອກາງແມ່ນສະພາວະສຸກເສີນທາງມະນຸດສະທຳຢ່າງຮ້າຍແຮງ; ພ້ອມທັງເນັ້ນໜັກວ່າ ສາມັນຊົນທຸກຄົນທີ່ພວມແລ່ນໜີຫຼົບໄພຕ້ອງໄດ້ຮັບປະກັນຄວາມປອດໄພ. ຕາມ UNHCR ແລ້ວ, ວິກິດການຢູ່ຕາເວັນອອກາງ, ເລີ່ມແຕ່ວັນທີ 28 ກຸມພາ ເມື່ອ ອາເມລິກາ ແລະ ອິດສະຣາແອັນ ບຸກໂຈມຕີເຂົ້າ ອີຣານ ເຮັດໃຫ້ການປະທະກັນແຜ່ລາມອອກສູ່ວົງກວ້າງ, ເຮັດໃຫ້ສາມັນຊົນຫຼາຍຄົນຕ້ອງປະລະເຮືອນຊານ.

        ທ່ານ Ayaki Ito, ເຈົ້າໜ້າທີ່ຂັ້ນສຸງຢູ່ UNHCR ໃຫ້ຮູ້ວ່າ ການເພີ່ມທະວີການເປັນປໍລະປັກ ແລະ ບັນດາບັ້ນບຸກໂຈມຕີຫວ່າງມໍ່ໆມານີ້ຢູ່ຕາເວັນອອກກາງ ໄດ້ເຮັດໃຫ້ສາມັນຊົນຈຳນວນຫຼາຍພໍສົມຄວນຕ້ອງອົບພະຫຍົບ. ທ່ານ Ayaki Ito ຮຽກຮ້ອງໃຫ້ມີປະຕິກິລິຍາໃນທັນທີໃນທົ່ວພາກພື້ນຕໍ່ວິກິດການມະນຸດສະທຳຢູ່ຕາເວັນອອກກາງ, ກະຕຸກຊຸກຍູ້ບັນດາຝ່າຍຢຸດຍິງ ແລະ ສ້າງໂອກາດໃຫ້ແກ່ສັນຕິພາບ.

ມິງໂງ, ນັກຂ່າວ VOV ປະຈຳ ອີຢິບ

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ