(vovworld) - ວັນທີ 15/5, ສື່ມວນຊົນລັດເຊຍ ໃຫ້ຮູ້ວ່າ, ສປປ.ເກົາຫຼີ ໄດ້ອະນຸຍາດໃຫ້ເຮືອໃບ “Elfin” ຂອງລັດເຊຍ ສືບຕໍ່ເດີນທະເລ, ພາຍຫຼັງລູກເຮືອ 5 ຄົນ ແລະ ເຮືອໃບຖືກຈັບ ແລະ ກັກໄວ້ເປັນເວລາ 2 ວັນຢູ່ເຂດແຄມທະເລສປປ.ເກົາຫຼີ. ສຳນັກຂ່າວສານລັດເຊຍ RIA ໄດ້ຄັດຄຳເວົ້າຂອງຫົວໜ້າກົງສູນໃຫຍ່ປະເທດນີ້ປະຈຳຢູ່ນະຄອນ Chongjin, ທ່ານ Yuriy Bochakarev ຢັ້ງຢືນວ່າ, ເລື່ອງສປປ.ເກົາຫຼີ ຈັບ ແລະ ຈັບ ແລະ ກັກເຮືອໃບລຳດັ່ງກ່າວແມ່ນ ຍ້ອນສາຍເຫດ “ເຂົ້າໃຈຜິດ”, ເຊິ່ງຖືກສົງໄສວ່າແມ່ນເຮືອຂອງສ.ເກົາຫຼີ.
ເຮືອໃບ “Elfin” ພ້ອມກັບລູກເຮືອ 5 ຄົນຖືກກອງທັບເຮືອສປປ.ເກົາຫຼີ ຈັບ ແລະ ກັກໄວ້ໃນຄ່ຳຄືນວັນທີ 13/05, ຢູ່ເຂດທະເລຍີ່ປຸ່ນ ເມື່ອເຮືອໃບລຳນີ້ພວມເຂົ້າຮ່ວມການແຂ່ງຂັນຈາກທ່າກ່ຳປັ່ນ Busan ຂອງສ.ເກົາຫຼີ ໄປເຖິງ Vladivostokc, ປະເທດລັດເຊຍ.