ສ​ປ​ປ.ເກົາຫຼ​ີ​ ຮຽກ​ຮ້ອງໃຫ້​ອາ​ເມ​ລິ​ກາ ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ

(VOVWORLD) -ວັນທີ 30 ກັນຍາ, ທ່ານ Kim Song ເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ ອາເມລິກາດຳເນີນການເຈລະຈານິວເຄຼຍດ້ວຍບັນດາຂໍ້ສະເໜີໃຫມ່ເຊິ່ງພຽງຢາງອາດຈະຍອມຮັບໄດ້.
ສ​ປ​ປ.ເກົາຫຼ​ີ​ ຮຽກ​ຮ້ອງໃຫ້​ອາ​ເມ​ລິ​ກາ ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ - ảnh 1 ທ່ານ Kim Song ເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ສປຊ ກ່າວຄຳເຫັນການຖະແຫຼງຂ່າວຢູ່ ນິວຢອກ (ພາບ: TTXVN)

ກ່າວຄຳເຫັນທີ່ ສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ, ທ່ານ Kim Song ໃຫ້ຮູ້ວ່າ ສປປ.ເກົາຫຼີພ້ອມແລ້ວທີ່ຈະໃຫ້ ອາເມລິກາຕັດສິນ ບັນດາການເຈລະຈາລະຫວ່າງສອງປະເທດຈະກາຍເປັນໂອກາດ ຫຼື ເຫດຜົນຂອງການເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ. ທ່ານ Kim Song ຮຽກຮ້ອງໃຫ້ ອາເມລິກາ ປະຕິບັດຖະແຫຼງການຮ່ວມທີ່ບັນລຸໄດ້ພາຍຫຼັງກອງປະຊຸມສຸດຍອດລະຫວ່າງສອງປະເທດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 1 ເມື່ອ ເດືອນມິຖຸນາ 2018 ທີ່ຜ່ານມາ ຢ່າງຄົບຖ້ວນ. ເນື້ອໃນຕົ້ນຕໍຂອງຖະແຫຼງການນີ້ແມ່ນ ຊຸກຍູ້ການພົວພັນໃຫມ່ລະຫວ່າງສອງປະເທດ, ພ້ອມທັງມຸ່ງໄປສູ່ການປອດນິວເຄຼຍໃນແຫຼມເກົາຫຼີ. ທ່ານເອກອັກຄະລັດຖະທູດຖືວ່າ ການພົວພັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີມີບໍ່ມີຄວາມຄືບໜ້າປານໃດໃນສະພາບການທີ່ ແຫຼມເກົາຫຼີ ຍັງບໍ່ທັນຫຼຸດພົ້ນອອກຈາກສະພາບການທີ່ມີຄວາມເຄັ່ງຕຶງ ແລະ ໄພອັນຕະລາຍທີ່ນັບມື້ນັບເພີ່ມຂຶ້ນ. ທ່ານ Kim Song ກໍ່ຕຳໜິຕິຕຽນ “ນະໂຍບາຍເປັນປໍລະປັກ” ຂອງ ວໍໍຊິງຕັນຕ້ານພຽງຢາງ.

        ຖະແຫຼງການຂອງທ່ານ Kim Song ໄດ້ຍົກອອກມາໃນສະພາບການລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄາດວ່າຈະເຊື່ອມຕໍ່ບັນດາການເຈລະຈາຂັ້ນນັກຊ່ຽວຊານກ່ຽວກັບວິວັດການປອດນິວເຄຼຍຄືນໃໝ່ໃນຊຸມອາທິດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ