ສົມ​ທົບ​ກັນ​ຄຸ້ມ​ຄອງ, ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ ມິດ​ຕະ​ພາບ

(VOVWORLD) - ວັນທີ 10 ກຸມພາ, ຄະນະຜູ້ແທນກຳລັງປະກອບອາວຸດ ແຂວງ Mondulkiri (ກຳປູເຈຍ) ໂດຍທ່ານພົນຈັດຕະວາ ແຮມໂບນາແຣນ, ຫົວໜ້າຜູ້ບັນຊາການສາລະວັດທະຫານແຂວງ Mondulkiri ເປັນຫົວໜ້າຄະນະມາຢ້ຽມຢາມ, ອວຍພອນບຸນປີໃໝ່ທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026.

ສົມ​ທົບ​ກັນ​ຄຸ້ມ​ຄອງ, ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ ມິດ​ຕະ​ພາບ - ảnh 1ກຳລັງປະກອບອາວຸດ ແຂວງ Mondulkiri ອວຍພອນບຸນປີໃໝ່ທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026 (ພາບ: TTXVN)

ທ່ານພົນຈັດຕະວາ ແຮມໂບນາແຣນ ຕີລາຄາສູງຈິດໃຈຄວາມຮັບຜິດຊອບ, ການໜູນຊ່ວຍຢ່າງທັນການຂອງທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ໃນການສົມທົບກັນລາດຕະເວນສອງຝ່າຍ, ແລກປ່ຽນຂໍ້ມູນຂ່າວສານ, ສູ້ຊົນປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ, ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະ ພັດທະນາແບບຍືນຍົງ.

ທ່ານພັນເອກ ຫງວຽນແທັ່ງດິງ, ຫົວໜ້າກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ຢັ້ງຢືນວ່າ ສາຍພົວພັນຮ່ວມມື, ການສົມທົບລະຫວ່າງທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ແລະ ກຳລັງປະກອບອາວຸດແຂວງ Mondulkiri ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພໃນສັງຄົມ ແລະ ສະຖຽນລະພາບຢູ່ເຂດຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ