ພາບປະກອບ
|
(vovworld)- ທີ່ການພົບປະກັບບັນດາອົງການສື່ມວນຊົນໃນຕົ້ນລະດູບານໃຫມ່ປີລະກາ 2017 ໃນວັນທີ 17/2 ຢູ່ ຮ່າໂນ້ຍ, ທ່ານ ດົນຕວນຟອງ ຮອງປະທານຜູ້ປະຈຳການສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ເນັ້ນຫນັກວ່າ: ສະພາບການໃນໂລກນັບມື້ນັບມີການຜັນແປທີ່ສັບສົນ, ຮຽກຮ້ອງວຽກງານການຕ່າງປະເທດປະຊາຊົນນັບມື້ນັບມີຄວາມໄຫວພິບ, ຫລາຍຮູບຫລາຍແບບ. ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຈະສືບຕໍ່ເພີ່ມທະວີການພົວພັນກັບບັນດາອົງການ, ສ່ວນບຸກຄົນທີ່ມີອາລົມຈິດ ແລະ ເຈດຕະນາດີກັບຫວຽດນາມ, ຍົກສູງບົດບາດຂອງຫວຽດນາມໃນບັນດາການເຄື່ອນໄຫວຂອງຂະບວນການປະຊາຊົນພາກພື້ນ ແລະ ໂລກ, ປະກອບສ່ວນເຂົ້າໃນການຕໍ່ສູ້ລວມເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາ, ຊຸກຍູ້ ແລະ ປົກປ້ອງຜົນປະໂຫຍດຂອງຫວຽດນາມ. ທ່ານ ດົນຕວນຟອງໃຫ້ຮູ້ວ່າ: ປີ 2017 ແມ່ນປີດຳເນີນການເຄື່ອນໄຫວທາງການທູດໃຫຍ່ຫລາຍຢ່າງຂອງປະເທດຊາດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ປາດຖະຫນາຢາກບັນດາອົງການສື່ມວນຊົນສືບຕໍ່ຮ່ ວມເດີນທາງ, ສົມທົບກັບສະຫະພັນໂຄສະນາບັນດາການເຄື່ອນໄຫວເປັນຢ່າງດີ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມກັບບັນດາປະເທດ.