ສື່ມວນ​ຊົນ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສຽງ​ເວົ້າ​ຂອງ​ແນວ​ໂຮມ ແລະ ປະ​ຊາ​ຊົນ​ຫຍັບ​ມໍ່​ເຂົ້າໃກ້ກັບ​ມະ​ຫາ​ຊົນຫຼາຍກວ່າ​ເກົ່າ

(VOVWORLD) - ຕອນບ່າຍວັນທີ 16 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະພັກແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງສູນກາງ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດງານພົບປະກັບບັນດາອົງການສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925-21/6/2025). ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫຽນ ເຂົ້າຮ່ວມງານພົບປະດັ່ງກ່າວ.
ສື່ມວນ​ຊົນ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສຽງ​ເວົ້າ​ຂອງ​ແນວ​ໂຮມ ແລະ ປະ​ຊາ​ຊົນ​ຫຍັບ​ມໍ່​ເຂົ້າໃກ້ກັບ​ມະ​ຫາ​ຊົນຫຼາຍກວ່າ​ເກົ່າ - ảnh 1ທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໂດະວັນຈຽນ ມອບດອກໄມ້ໃຫ້ການນຳບັນດາອົງການສື່ມວນຊົນ 

        ເມື່ອກ່າວຄຳເຫັນໃນງານພົບປະ, ທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໂດະວັນຈຽນ ສະເໜີໃຫ້ຕ້ອງສົ່ງເສີມການເຂົ້າຮ່ວມຂອງສື່ມວນຊົນໃນວຽກງານຕິດຕາມກວດກາ, ການໄຈ້ແຍກຕີລາຄາສັງຄົມ, ບັນດາຂົງເຂດທີ່ກ່ຽວຂ້ອງເຖິງສິດຜົນປະໂຫຍດອັນແທດຈິງຂອງປະຊາຊົນເຊັ່ນ: ສາທາລະນະສຸກ, ການສຶກສາ, ສະພາບແວດລ້ອມ, ການປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຟຸມເຟືອຍ, ປະກົດການຫຍໍ້ທໍ້; ປະຕິຮູບການບໍລິຫານ, ການຊ່ວຍໜູນສັງຄົມ. ພ້ອມກັນນັ້ນ, ກໍຍູ້ແຮງການສື່ສານດ້ວຍຫຼາຍຮູບຫຼາຍແບບ, ຍົກສູງກຳລັງຄວາມສາມາດໃນການຫັນເປັນດີຈີຕອນໃຫ້ແກ່ອົງການສື່ມວນຊົນທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ສ້າງເງື່ອນໄຂເພື່ອໃຫ້ສຽງເວົ້າຂອງແນວໂຮມ ແລະ ປະຊາຊົນຫຍັບມໍ່ເຂົ້າໃກ້ກັບມະຫາຊົນຫຼາຍກວ່າເກົ່າ. ທ່ານກ່າວວ່າ:

        “ບັນດາຜົນງານສື່ມວນຊົນໄດ້ສ່ອງແສງລົມຫາຍໃຈຂອງຊີວິດ, ຂອງປະຊາຊົນເຖິງບັນດາອົງການການນຳພັກ, ລັດ, ເຖິງມະຫາຊົນ. ຈາກນັ້ນ, ລະດົມກຳລັງໃຈ, ແຜ່ກະຈາຍນ້ຳໃຈມະຫາສາມັກຄີ ແລະ ຄວາມປະດິດຄິດສ້າງໃນການອອກແຮງງານທຳການຜະລິດ; ພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບປະຕິບັດໜ້າທີ່ ທີ່ໄດ້ວາງອອກໃນໄລຍະຜ່ານມາຢ່າງສຳເລັດຜົນ”.


ຕອບກັບ

ຂ່າວ/ບົດ​ອື່ນ