ກອງປະຊຸມສົ່ງເສີມການລົງທຶນຢູ່ເຂດໄຕງວຽນ ຄັ້ງທີ 2
ພາບ:chinhphu.vn
|
(vovworld)- ສຸມໃສ່ລະດົມທຸກແຫລ່ງກຳລັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອລົງທຶນພັດທະນາພື້ນຖານໂຄງລ່າງທັນສະໄຫມ, ຜັນຂະຫຍາຍການວາງແຜນກຳນົດຢ່າງມີປະສິດທິຜົນ, ຕິດພັນກັບຄວາມສາມາດບົ່ມຊ້ອນ,ທ່າໄດ້ປຽບ, ສືບຕໍ່ກໍ່ສ້າງເຂດໄຕງວຽນກາຍເປັນຫນຶ່ງໃນບັນດາເຂດກຳລັງຫນູນພັດທະນາຂອງທັງປະເທດ. ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ທີ່ກອງປະຊຸມສົ່ງເສີມການລົງທຶນຢູ່ເຂດໄຕງວຽນ ຄັ້ງທີ 2 ຊື່ງດຳເນີນໄປໃນຕອນເຊົ້າວັນທີ 12/4 ຢູ່ Peliku ແຂວງ ຢາລາຍ.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈງວ່າ: ເພື່ອສືບຕໍ່ກໍ່ສ້າງເຂດໄຕງວຽນໃຫ້ກາຍເປັນຫນຶ່ງໃນບັນດາເຂດກຳລັງຫນູນພັດທະນາຂອງທົ່ວປະເທດ, ກະຊວງແຜນການ ແລະ ການລົງທຶນຕ້ອງຮີບເຮັ່ງສ້າງບັນດາກົນໄກ, ນະໂຍບາຍບຸລິມະສິດການລົງທຶນພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ເຂດໄຕງວຽນຮອດປີ 2020. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ:
“ໄຕງວຽນຄວນຄົ້ນຄ້ວາສະຫນີບັນດາກົນໄກພິເສດສະເພາະເພື່ອພັດທະນາບັນດາຜະລິດຕະພັນມີທ່າໄດ້ປຽບ, ຜ່ານນັ້ນ ພວກເຮົາພັດທະນາບັນດາແຂວງໃນເຂດໄຕງວຽນຢ່າງວ່ອງໄວ ແລະ ໝັ້ນຄົງ.”