ສອນພາສາຫວຽດ ໃຫ້ພະນັກງານນັກຮົບປ້ອງກັນຄວາມສະຫງົບລາວ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 05/05, ຕຳຫຼວດແຂວງກວາງນາມ ໄດ້ເປີດຊຸດບຳລຸງສ້າງພາສາຫວຽດ ໃຫ້ພະນັກງານ, ນັກຮົບກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເຊກອງ, ປະເທດລາວ. ມີພະນັກງານ, ນັກຮົບກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເຊກອງ 40 ຄົນໄດ້ເຂົ້າຮ່ວມໃນເວລາ 3 ເດືອນ, ພະນັກງານ, ນັກຮົບປ້ອງກັນຄວາມສະຫງົບແຂວງເຊກອງ ຈະໄດ້ຮຽນພາສາຫວຽດ ຂັ້ນຮາກຖານ. ບັນດານັກຮຽນຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວພຶດຕິກຳຕົວຈິງ, ພົບປະແລກປ່ຽນກັບພະນັກງານ ແລະ ປະຊາຊົນທ້ອງຖິ່ນ.