ສະພາຄວາມໝັ້ນຄົງສະຫະປະຊາຊາດໃຫ້ຄຳໝັ້ນສັນຍາເພີ່ມທະວີການລົງໂທດ ສປປ ເກົາຫຼີ

(VOVWORLD) - ວັນທີ 22 ພຶດສະພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່າວປະນາມເຫດທົດລອງລູກສອນໄຟຫຼ້າສຸດຂອງ ສປປ ເກົາຫຼີ ແລະ ໃຫ້ຄຳໝັ້ນສັນຍາວ່າຈະກະຕຸກຊຸກຍູ້ບັນດາປະເທດເພີ່ມທະວີການລົງໂທດຕໍ່ພຽງຢາງ. 

ສະພາຄວາມໝັ້ນຄົງສະຫະປະຊາຊາດໃຫ້ຄຳໝັ້ນສັນຍາເພີ່ມທະວີການລົງໂທດ ສປປ ເກົາຫຼີ - ảnh 1 ການຍິງທົດລອງລູກສູນໄຟຂອງ ສປປ ເກົາຫຼີ

(ພາບປະກອບ)

ໃນຖະແຫຼງການເຫັນດີເຫັນພ້ອມສະບັບໜຶ່ງ, ໃນນັ້ນມີທັງການສະໜັບສະໜູນຂອງ ຈີນ, ປະເທດພັນທະມິດຂອງ ສປປ ເກົາຫຼີ, ສະພາຄວາມໝັ້ນຄົງ ສປຊ ໄດ້ຊີ້ນຳໃຫ້ຄະນະກຳມະການລົງໂທດຂອງອົງການນີ້ເພີ່ມທະວີບັນດາຄວາມມານະພະຍາຍາມປະຕິບັດບັນດາມາດຕະການທີ່ໄດ້ຮັບການປະກາດໃຊ້ໃນປີກາຍ ຢ່າງແຮງກ່ວາອີກ. ສະພາຄວາມໝັ້ນຄົງ ສປຊ ກໍ່ເຫັນດີເປັນເອກະພາບຈະ ດຳເນີນບັນດາມາດຕະການພໍສົມຄວນໃນນັ້ນມີການລົງໂທດ” ເພື່ອບັງຄັບໃຫ້ ສປປ ເກົາຫຼີ ປ່ຽນແປງການປະພຶດ ແລະ ຢຸດຕິ “ບັນດາການກະທຳກໍ່ຄວາມຂາດສະຖຽນລະພາບ”.

        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນໃນການປະຊຸມຂ່າວປະຈຳວັນທີ່ສຳນັກງານ ສປຊ ຢູ່ ນິວຢອກ, ທ່ານ Stephane Dujarric, ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ ສປປ ເກົາຫຼີ ຢຸດຕິບັນດາການກະທຳທົດລອງລູກສອນໄຟ.

ຕອບກັບ

ຂ່າວ/ບົດ​ອື່ນ