ສະພາຄວາມໝັ້ນຄົງ ສປຊ ກ່າວປະນາມເຫດການເຂັ່ນຂ້າຢູ່ຊີຣີ
(ພາບ:vietbao.vn)
( vovworld ) – ລັດຖະບານຊີຣີ ຢັນຢັນວ່າ “ບໍ່ກ່ຽວຂ້ອງເຖິງເຫດການເຂັ່ນຂ້າ“ ສາມັນຊົນກ່ວາ 90 ຄົນ ຢູ່ບ້ານ Houla ມໍ່ກັບນະຄອນ Homs ທາງພາກກາງຂອງປະເທດຊີຣີ ເມື່ອວັນທີ 25/5. ກ່າວຄຳເຫັນທີ່ການປະຊຸມຂ່າວເມື່ອວັນທີ 27/5, ໂຄສົກກະຊວງການຕ່າງປະເທດຊີຣີ Jihad al Makdissi ໄດ້ກ່າວຜູກໂທດບັນດາກຸ່ມຫົວຮຸນແຮງ ທີ່ໄດ້ເຮັດໃຫ້ເກືອບ 100 ຄົນເສຍຊີວິດ ພ້ອມທັງໃຫ້ຮູ້ວ່າ: ລັດຖະບານຊີຣີ ໄດ້ເປີດການສືບສວນເພື່ອຊອກຮູ້ສາຍເຫດຂອງເຫດການດັ່ງກ່າວ. ຄາດວ່າ ໝາກຜົນການສືບສວນຈະຖືກປະກາດໃນ 2,3 ມື້ທີ່ຈະມາເຖິງ. ທ່ານ Makdissi ກໍໃຫ້ຮູ້ວ່າ ທ່ານ Kofi Annan ທູດພິເສດລວມຂອງ ສະຫະປະຊາຊາດ -ສະຫະພັນອາຣັບ (AL) ໄດ້ໄປຊີຣີ ໃນວັນທີ 28/5 ເພື່ອປຶກສາຫາລືກັບບັນດາເຈົ້າໜ້າທີ່ຂັ້ນສູງປະເທດນີ້ກ່ຽວກັບມາດຕະການໃຫ້ແກ່ສະພາບການຢູ່ຊີຣີ ໃນປະຈຸບັນ.
ວັນທີ 28/5, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ອອກຖະແຫຼງການ ກ່າວປະນາມເຫດການເຂັນຂ້າທີ່ເຮັດໃຫ້ຢ່າງໜ້ອຍສຸດ 116 ຄົນເສຍຊີວິດ ແລະ ອີກ 300 ຄົນຖືກບາດເຈັບ ທີ່ຫາກໍ່ເກີດຂຶ້ນຢູ່ເທດສະບານເມືອງ Houla ທາງພາກກາງຊີຣີ. ກຳມະການສະພາຄວາມໝັ້ນຄົງສະຫະປະຊາຊາດ 15 ທ່ານ ໄດ້ເຫັນດີຮັບຮອງເອົາຄຳຮຽກຮ້ອງໃຫ້ລັດຖະບານຊີຣີ ຈົ່ງຢຸດຕິການນຳໃຊ້ອາວຸດປະເພດໜັກຢູ່ບັນດານະຄອນໃຫ່ຍ ມີປະຊາຊົນດຳລົງຊີວິດເປັນຈຳນວນຫຼາຍ, ຈົ່ງຖອນທະຫານ ແລະ ອາວຸດປະເພດໜັກອອກຈາກບັນດານະຄອນໃຫ່ຍ. ຖະແຫຼງການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເນັ້ນຫນັກວ່າ: ມີບັນດາພະຍານຫຼັກຖານໃຫ້ເຫັນວ່າ, ການບຸກໂຈມຕີທີ່ຜ່ານມາ ມີການກ່ຽວຂ້ອງເຖິງເຫດການຍິງປືນໃຫ່ຍ ແລະ ຍິງຈາກລົດຖັງຂອງລັດຖະບານຊີຣີ. ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຢ້ຳຄືນວ່າ: ບັນດາຝ່າຍປະທະກັນຢູ່ຊີຣີ ຕ້ອງຢຸດຕິທຸກໆການກະທຳໃຊ້ຄວາມຮຸນແຮງ ພ້ອມທັງໃຫ້ທ່ານເລຂາທິການໃຫ່ຍ ສະຫະປະຊາຊາດ ແລະ ພັກຝ່າຍສະຫະປະຊາຊາດ ຢູ່ຊີຣີ ສືບຕໍ່ສືບສວນ ແລະ ລາຍງານກ່ຽວກັບບັນດາເຫດການບຸກໂຈມຕີດັ່ງກ່າວໃຫ້ແກ່ສະພາຄວາມໝັ້ນຄົງສະຫະປະຊາຊາດ.