ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິເປີດກວ້າງການລົງໂທດ ສປປ ເກົາຫລີ

ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິເປີດກວ້າງການລົງໂທດ ສປປ ເກົາຫລີ - ảnh 1
ສະພາຄວາມໝັ້ນຄົງ ສປຊ
ພາບ:internet

(vovworld) - ຕອນເຊົ້າວັນທີ 23/1, ສະພາຄວາມໝັ້ນຄົງ ສປຊ ຊຶ່ງລວມມີ 15 ປະເທດ ກຳມະການ ໄດ້ເຫັນດີຮັບຮອງເອົາມະຕິ ເປີດກວ້າງບັນດາມາດຕະການລົງໂທດທີ່ມີຕໍ່ ສປປ ເກົາຫລີ ທີ່ກ່ຽວຂ້ອງເຖິງເຫດຍິງລູກສອນໄຟຕິດດາວທຽມເມື່ອເດືອນ 12/2012. ມະຕິສະບັບດັ່ງກ່າວຂອງ ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາພາຍຫລັງການ ​ເຈລະຈາ​ທີ່​ແກ່ຍາວ​ໃນ​ຫລາຍ​ອາທິດ​ ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຈີນ. ອາ​ເມ​ລິ​ກາ ​ໄດ້​ຍື່ນ​ສະ​ເຫ​ນີບັນດາ​ມາດ​ຕະການ​ແຂງ​ກະດ້າງ​ຕ້າ​ນ ພຽງ​ຢາງ, ​ແຕ່​ຖືກ​ຈີນ ຄັດຄ້ານ. ​ຕົ້ນ​ອາທິດ, ຈີນ ​ເວົ້າ​ວ່າ ສະພາ​ຄວາມ​ໝັ້ນຄົງ ສປຊ ຄວນ​ຮັບຮອງ​ເອົາ​ມະຕິ​ສະ​ບັບຫນຶ່ງ​ຢ່າງ​ລະມັດລະວັງ​ ກ່ຽວ​ກັບ ສປປ ​ເກົາຫລີ ​ແລະ ຖື​ວ່າ: ນີ້​ແມ່ນ​ວິທີ​ດີ​ສຸດ ​ເພື່ອ​ຮັບປະກັນບໍ່​​ໃຫ້​ຄວາມ​ເຄັ່ງ​ຕຶງໃນ​ພາກ​ພື້ນ​ ປີນ​ຂັນ​ໄດ​ຂຶ້ນຕື່ມ. ລັດ​ເຊຍ ກໍ​ສະ​ແດງ​ທັດສະນະທີ່ວ່າ:ເຫດ​ຍິງ​ລູກ​ສອນ​ໄຟ​ຂອງ ສປປ ​ເກົາຫລີ ​ໄດ້​ລະ​ເມີດ​ມະຕິ​ສະບັບ​ຫນຶ່ງ​ຂອງ ສະພາ​ຄວາມ​ໝັ້ນຄົງ ສປຊ, ສະ​ນັ້ນ ສະພາ​ຄວາມ​ໝັ້ນຄົງ ສປຊ ຈຳ​ເປັນ​ຕ້ອງ​ມີ​ປະຕິກິລິຍາ
ຂ່າວ/ບົດ​ອື່ນ