ສະພາຕ່ຳອາເມລິກາຮັບຮອງເອົາຮ່າງກົດໝາຍເພີ່ມທະວີບັນດາຄຳສັ່ງລົງໂທດສປປ.ເກົາຫຼີ

ສະພາຕ່ຳອາເມລິກາຮັບຮອງເອົາຮ່າງກົດໝາຍເພີ່ມທະວີບັນດາຄຳສັ່ງລົງໂທດສປປ.ເກົາຫຼີ - ảnh 1
ສະພາຕ່ຳອາເມລິກາຮັບຮອງເອົາຮ່າງກົດໝາຍ
ເພີ່ມທະວີບັນດາຄຳສັ່ງລົງໂທດສປປ.ເກົາຫຼີ
(ພາບ​ປະ​ກອບ: AFP)

(vovworld) –​ ວັນ​ທີ 12/01, ດ້ວຍ​ບັດ​ເຫັນ​ດີ​ເກືອບ​​ທັງ​ໝົດ (418/2), ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ ໄດ້​ຮັບ​ຮອ​ງ​ເອົາ​ຮ່າງ​ກົດ​ໝາຍ​ທີ່​ມີ​ຊື່​ວ່າ “​ກົດ​ໝາຍ​​ວ່າ​ດ້ວຍ​ການເພີ່ມ​​ທະ​ວີ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ” ເພື່ອ​ແນ​ໃສ່​ເປີດກວ້າງ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ດ້າ​ນ​ເສດ​ຖະ​ກິດ​ສຳ​ລັບ ສ​ປ​ປ.ເກົາ​ຫຼີ ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ນິວ​ເຄຼຍ​ຂອງ​ປະ​ເທດນີ້. ການ​ກະ​ທຳ​ດັ່ງ​ກ່າວ​ຖືກ​ດຳ​ເນີນພາຍ​ຫຼັງທີ່​ພຽງ​ຢາງ ຖະ​ແຫຼ່ງໄດ້​ທົດ​ລອງ​​ນິວ​ເຄຼຍ​ສຳ​ເລັດພ​ຽງ 2 – 3 ​ ວັນ. ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ຖືກຍົກ​ອອກ​ມາ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຕົ້ນ​ປີ 2015, ແຕ່​ບໍ່​ໄດ້​​ປ່ອນ​ບັດ​ຮັບ​ຮອງ​ເ​ອົາ ຈົນຮອດ​ຂະ​ນ​ະ​ທີ່​ພຽງ​ຢາງ ຖະ​ແຫຼງ​ໄດ້​ທົ​ດ​ລອງ​​ນິວ​ເຄຼຍ ລູກ​ໜຶ່ງ​ສຳ​ເລັດ​ໃນ​ວັນ​ທີ 06/1 ຜ່ານ​ມາ. ຂໍ້ຕົກ​ລົງ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ຈາກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທີ່​ຂຶ້ນ​ກັບ​ພັກ​ສາ​ທາ​ລະ​ນະ ແລະ ພັກ​ປະ​ຊາ​ທິ​ປະ​ໄຕ.

ຂ່າວ/ບົດ​ອື່ນ