ສະພາພົວພັນຕ່າງປະເທດ ອີຢູ ປຶກສາຫາລືບັນຫາອົບພະຍົບ ແລະ ຢູແກຼນ
ທ່ານນາງ Federica Mogherini ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍ
ປ້ອງກັນຄວາມສະຫງົບ ແລະ ພົວພັນຕ່າງປະເທດລວມຂອງ ອີຢູ
(ພາບ: EPA/TTXVN)
(vovworld) - ວັນທີ 06/02, ລັດຖະມົນຕີການຕ່າງປະເທດບັນດາປະເທດສະຫະພາບ ເອີລົບ (ອີຢູ) ປຶກສາຫາລື ບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບການຢູ່ ຢູແກຼນ, ມາດຕະການເພື່ອຫລຸດຜ່ອນກະແສຊາວອົບພະຍົບຜ່ານທະເລ ເມດີຕາເຣເນ ໂດຍຜ່ານຄວາມມານະພະຍາຍາມຮັກສາສະຖຽນລະພາບດ້ານເສດຖະກິດ - ສັງຄົມຢູ່ ລີບີ, ພົບປະເຈລະຈາເປັນປະຈຳກັບ ອີຢິບ ແລະ ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫລັງການປະຊຸມ, ທ່ານນາງ Federica Mogherini ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ພົວພັນຕ່າງປະເທດລວມຂອງ ອີຢູ ໃຫ້ຮູ້ວ່າ: ບັນດາລັດຖະມົນຕີການຕ່າງປະເທດ ໄດ້ພິຈາລະນາບັນດາຄວາມກ້າວໜ້າທີ່ບັນລຸໄດ້ໃນ ການຜັນຂະຫຍາຍໂຄງການປະຕິຮູບຢູ່ ຢູແກຼນ ໃນປີຜ່ານມາ ກໍ່ຄືຢືນຢັນສືບຕໍ່ສະໜັບສະໜູນ ອີຢູ ໃນການປະຕິບັດຂໍ້ຕົກລົງ Minsk. ອີຢູ ສືບຕໍ່ສົ່ງເສີມ ຢູແກຼນ ດຳເນີນການປະຕິຮູບຮອບດ້ານ ແລະ ປະຕິບັດບັນດາມາດຕະການປະຕິຮູບລະບົບນິຕິກຳ, ກົນໄກເລືອກຕັ້ງ, ປະຕິຮູບພື້ນຖານບໍລິຫານລັດ ແລະ ຕະຫລາດພະລັງງານ. ບັນດາລັດຖະມົນຕີການຕ່າງປະເທດສະແດງຄວາມວິຕົກກັງວົນຕໍ່ສະພາບການເຄັ່ງຕຶງທີ່ພວມເກີດຂຶ້ນຢູ່ ຢູແກຼນ ຕາເວັນອອກ ໃນຊຸມວັນຜ່ານມາ ແລະ ຮຽກຮ້ອງບັນດາຝ່າຍຢຸດຕິການປະທະກັນ, ປະຕິບັດຂໍ້ຕົກລົງ Minsk ຢ່າງສິ້ນເຊີງ.