ສະພາສູງ ເຢຍລະມັນ ປະຕິເສດຮ່າງກົດໝາຍທີ່ກ່ຽວຂ້ອງເຖິງເລື່ອງເນລະເທດຊາວລີ້ໄພ
(ພາບປະກອບ)
(vovworld) - ວັນທີ 10/03 ສະພາສູງ ເຢຍລະມັນ ໄດ້ປະຕິເສດຮ່າງກົດໝາຍສະບັບໜຶ່ງ ໃນນັ້ນ ຈັດ ອານເຊຣີ, ມາຣົກ ແລະ ຕູຍນີຊີ ເຂົ້າບັນຊີລາຍຊື່ແມ່ນບັນດາປະເທດທີ່ມີຈຸດເລີ່ມຕົ້ນ ປອດໄພ. ດັ່ງນັ້ນ, ລັດຖະບານກໍ່ຄືສະພາແຫ່ງຊາດ ເຢຍລະມັນ ຈະຕ້ອງຊອກຫາບັນດາວິທີການອື່ນໆ ເພື່ອແກ້ໄຂບັນດາບັນຫາຊາວລີ້ໄພ. ຮ່າງກົດໝາຍດັ່ງກ່າວ ໄດ້ຮັບຖືວ່າແມ່ນເຄື່ອງມື ເພື່ອໃຫ້ບັນດາເຈົ້າໜ້າທີ່ ເຢຍລະມັນ ປະຕິບັດເລື່ອງເນລະເທດ ບັນດາຜູ້ບໍ່ໄດ້ຮັບຄວາມເຫັນດີຕໍ່ໃບຄຳຮ້ອງຂໍລີ້ໄພຢ່າງງ່າຍດາຍ. ຮ່າງກົດໝາຍດັ່ງກ່າວ ໄດ້ຮັບການຮັບຮອງເອົາຈາກສະພາຕ່ຳ ເຢຍລະມັນ ເມື່ອເດືອນ 5/2016, ຜ່ານນັ້ນ ສາມາດອະນຸຍາດໃຫ້ເຈົ້າໜ້າທີ່ຍູ້ໄວການແກ້ໄຂໃບຄຳຮ້ອງຂໍລີ້ໄພຂອງຜູ້ທີ່ມາຈາກບັນດາປະເທດດັ່ງກ່າວ ແລະ ດຳເນີນການເນລະເທດບັນດາຜູ້ບໍ່ຮັບຄວາມເຫັນດີ.