ສະພາແຫ່ງຊາດປຶກສາຫາລືກ່ຽວກັບວຽກງານປ້ອງກັນເຫດ,ຕ້ານການລະເມີດກົດໝາຍແລະອາດຊະຍາກຳ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບວຽກງານປ້ອງກັນເຫດ,ຕ້ານການລະເມີດກົດໝາຍແລະອາດຊະຍາກຳ - ảnh 1
ທ່ານ ເຈີນ​ດ໋າຍກວາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫລວດ
ຫວຽດ​ນາມ
ພາບ:chinhphu.vn

(vovworld)-​ ​, ທີ່​ວາ​ລະ​ປະ​ຊຸມ​ຂອງກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ໃນວັນ​ທີ 25/10, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ໄດ້​ຮັບ​ຟັງ​ທ່ານ ເຈີນ​ດ໋າຍກວາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫລວດ ຫວຽດ​ນາມ ສະ​ເຫນີບົດ​ລາຍ​ງານ ວຽກ​ງານ​ປ້ອງ​ກັນ​ເຫດ, ຕ້ານ​ການ​ລະ​ເມີດ​ກົດ​ໝາຍ ແລະ ອາດ​ຊະ​ຍາ​ກຳ; ທ່ານ ຫງວຽນ​ຮ່​ວາ​ບີງ, ຫົວ​ຫນ້າ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ລາຍ​ງານ​ວຽກ​ງານ​ຂອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ, ທ່ານ ເຈືອງ​ຮ່​ວາ​ບີງ, ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ສະ​ເຫນີ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະ​ຊາ​ຊົນ​ສູງ​ສຸດ. ທ່ານ ຮ​່າ​ຮຸ່ງ​ເກືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ສະ​ເຫນີ​ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ.  ພາຍ​ຫລັງ​ຮັບ​ຟັງ​ບັນ​ດາ​ບົດ​ລາຍ​ງານ, ກຳ​ມາ​ທິ​ການ​​ຍຸ​ຕິ​ທຳ​ຂອງ​ສະ​ພາ​ແຫ່ງ​ຊາດຕີ​ລາ​ຄາ​ວ່າ: ໃນ​ປີ 2014, ລັດ​ຖະ​ບານ, ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ, ສານ​ປະ​ຊາ​ຊົນ​ສູງ​ສຸດ ສືບ​ຕໍ່​ພະ​ຍາ​ຍາມ​ຫລາຍ​ຢ່າງ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ປະ​ຕິ​ບັດ​ບົດ​ບາດ​ຫນ້າ​ທີ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສຳ​ເລັດ​​ເກືອບ​ທັງ​ໝົດບັນ​ດາ​ຄາດ​ໝາຍ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ການ​ລະ​ເມີດ​ກົດ​ໝາຍ ແລະ ອາດ​ຊະ​ຍາ​ກຳ​ໃນ​ບາງ​ຂົງ​ເຂດ​ສືບ​ຕໍ່​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ. ທີ່​ວາ​ລະ​ປຶກ​ສາ​ຫາ​ລື, ບັນ​ດາ​ ສ​ສ​ຊ​ ເຫັນ​ດີ​ກັບ​ບັນ​ດາ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ເຫດ, ຕ້ານ​ການ​ລະ​ເມີດ​ກົດ​ໝາຍ ແລະ ອາ​ຊະ​ຍາ​ກຳ, ກ່ຽວ​ກັບ​ວຽກ​ງານ​ຂອງ​ຫົວ​ຫນ້າ​ໄອ​ຍະ​ການ​ກໍ​ຄື​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ແລະ ບົດ​ລາຍ​ງານ​ວຽກ​ງານ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ
ຂ່າວ/ບົດ​ອື່ນ