ທ່ານນາງເອົາທິມາຍ ສ.ສ.ຊ ແຂວງ ຕວຽນກວາງ |
(vovworld)- ຕອນບ່າຍວັນທີ 28/10, ສະພາແຫ່ງຊາດຫວຽດນາມໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບັນດາບົດລາຍງານວຽກງານຂອງປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ວຽກງານສະກັດກັ້ນ ແລະ ຕ້ານອາດຊະຍາກຳ ແລະ ຂອບເຂດກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ. ມີ ສ.ສ.ຊ ຫຼາຍທ່ານໄດ້ສະແດງຄວາມເປັນຫ່ວງຕໍ່ໜ້າການຜັນແປສັບສົນຂອງສະພາບອາດຊະຍາກຳຢາເສບຕິດ, ເປັນຕົ້ນແມ່ນການນຳໃຊ້ຢາເສບຕິດໃນໄວໜຸ່ມ. ທ່ານນາງເອົາທິມາຍ ສ.ສ.ຊ ແຂວງ ຕວຽນກວາງ ສະເໜີຄວນມີນະໂຍບາຍຢ່າງຄົບຊຸດກ່ຽວກັບວຽກເຮັດງານທຳ, ໜູນຊ່ວຍການຮຽນວິຊາຊີບ, ເປັນຕົ້ນແມ່ນເປົ້າໝາຍນະໂຍບາຍ, ຄົນທຸກຍາກ, ກຳລັງແຮງງານໜຸ່ມຢູ່ເຂດຕົວເມືອງ ແລະ ຊົນນະບົດ. ທ່ານນາງເອົາທິມາຍ ສ.ສ.ຊ ແຂວງ ຕວຽນກວາງ ສະເໜີວ່າ :
“ ຂ້າພະເຈົ້າສະເໜີວ່າ ໃນໄລຍະທີ່ຈະມາເຖິງ, ຄວນມີມາດຕະການຢ່າງຄົບຊຸດ, ໜັກແໜ້ນ, ມີຄວາມຮັບຜິດຊອບກ່ຽວກັບສຶກສາອົບຮົມອຸດົມຄະຕິ ປະຕິບັດກົດໝາຍສຳລັບຊາວໜຸ່ມເຍົາວະຊົນ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຄວນປະຕິບັດວຽກງານໄຈ້ແຍກ, ຕີລາຄາ, ຄາດຄະເນ, ປະຕິບັດຢ່າງຄົບຊຸດບັນດາມາດຕະການສະກັດກັ້ນ, ຄຸ້ມຄອງບໍລິເວນ, ເປົ້າໝາຍປາບປາມ, ອາດຊະຍາກອນທີ່ກ່ຽວຂ້ອງເຖິງຢາເສບຕິດ ”