ສະພາແຫ່ງຊາດຫວຽດນາມແລະໂມຊຳບິກເພີ່ມທະວີການຮ່ວມມື
ທ່ານຮອງປະທານຜູ້ທີ 1 ສະພາແຫ່ງຊາດ Antonio Amelia
ຕ້ອນຮັບ ຄະນະກຳມາທິການພົວພັນຕ່າງປະເທດ ຫວຽດນາມ
(ພາບ: dangcong.vn)
(vovworld) - ໃນລະຫວ່າງວັນທີ 10 – 13/12, ຄະນະກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ໂງດຶກແມ້ງ, ຮອງຫົວໜ້າກຳມາທິການເປັນຫົວໜ້າຄະນະ, ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ໂມຊຳບິກ. ທີ່ນະຄອນຫລວງ Maputo, ຄະນະໄດ້ພົບປະກັບທ່ານຮອງປະທານຜູ້ທີ 1 ສະພາແຫ່ງຊາດ ໂມຊຳບິກ Antonio Amelia; ເຈລະຈາກັບກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ໂມຊຳບິກ; ເຮັດວຽກກັບທ່ານນາງ Nylyeti Mondlane ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ.
ທີ່ບັນດາການເຮັດວຽກ ແລະ ພົບປະ, 2 ຝ່າຍປຶກສາຫາລືບັນດາມາດຕະການ ເພື່ອແນໃສ່ປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ພັດທະນາການພົວພັນຮ່ວມມືຫລາຍດ້ານລະຫວ່າງສະພາແຫ່ງຊາດ, ລັດ, ລັດຖະບານ ແລະ ປະຊາຊົນ 2 ປະເທດ. ທ່ານຮອງປະທານຜູ້ທີ 1 ສະພາແຫ່ງຊາດ ໂມຊຳບິກ Nylyeti Mondlane ປາດຖະໜາວ່າ: ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ແບ່ງປັນບົດຮຽນໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບດ້ານການເມືອງ - ສັງຄົມ, ກໍ່ສ້າງກຸ່ມກ້ອນສາມັກຄີທັງຊາດ ແລະ ພັດທະນາເສດຖະກິດ. ໃນຂອບເຂດການຢ້ຽມຢາມ, ກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ 2 ປະເທດ ໄດ້ເຫັນດີເພີ່ມທະວີວຽກງານແລກປ່ຽນຄະນະ, ພົບປະລະຫວ່າງສະມາຊິກສະພາແຫ່ງຊາດຢູ່ 2 ປະເທດ ແລະ ໃນບັນດາເວທີປາໄສລະຫວ່າງລັດຖະສະພາສາກົນ.