ສະພາແຫ່ງຊາດຮັບຮອງເອົາແຜນນະໂຍບາຍລົງທຶນໂຄງການສະໜາມບິນສາກົນລອງແທ່ງ

ຮູບຈຳລອງສະໜາມບິນລອງແທ່ງ
(ພາບປະກອບ)
|
(vovworld) – ຕອນເຊົ້າວັນທີ 25/6, ດ້ວຍຈຳນວນສະມາຊິກສະພາແຫ່ງຊາດ (ສສຊ) 428 ທ່ານ (ກວມອັດຕາ 86,64% ຍອດຈຳນວນ ສສຊ) ເຫັນດີ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບແຜນນະໂຍບາຍລົງທຶນໂຄງການສະໜາມບິນສາກົນ ລອງແທ່ງຢ່າງເປັນທາງການ. ນີ້ແມ່ນເນື້ອໃນໄດ້ຮັບຄວາມເອົາໃຈໃສ່, ການຕິດຕາມກວດກາຂອງຫາງສຽງຫຼາຍທີ່ສຸດນັບແຕ່ເມື່ອສ້າງໂຄງການ ແລະ ສະພາແຫ່ງຊາດປະກອບຄຳເຫັນເປັນຄັ້ງທຳອິດທີ່ກອງປະຊຸມສະໄໝສາມັນເທື່ອທີ 8. ໂດຍເຫັນດີເຫັນພ້ອມກ່ຽວກັບແຜນນະໂຍບາຍ, ແຕ່ວ່າໃນມະຕິ, ສະພາແຫ່ງຊາດຮຽກຮ້ອງການກໍ່ສ້າງໂຄງການສະໜາມບິນສາກົນລອງແທ່ງ ຕ້ອງມີວິທີການລະອຽດ ແລະ ການຊີ້ນຳຈັດຕັ້ງປະຕິບັດວຽກງານຖອນທີ່ດິນ, ການຊົດເຊີຍ, ໜູນຊ່ວຍ, ຕັ້ງຖິ່ນຖານໂຄງທີ່ຄືນໃໝ່, ແກ້ໄຂວຽກເຮັດງານທຳໃຫ້ແກ່ປະຊາຊົນຜູ້ຖືກຖອນທີ່ດິນ. ລັດຖະບານຕ້ອງມີແຜນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ແລະ ບັນດາໂຄງການສຳຮອງຮັບໃຊ້ການປະຕິບັດໂຄງການ, ພັດທະນາລະບົບຄົມມະນາຄົມຢ່າງຄົບຊຸດເຊື່ອມຕໍ່ກັບສະໜາມບິນສາກົນ ລອງແທ່ງ. ສະພາແຫ່ງຊາດກໍ່ຮຽກຮ້ອງວ່າເມື່ອຜັນຂະຫຍາຍໂຄງການຕ້ອງຮັບປະກັນຄວາມຄືບໜ້າ, ປະສິດທິຜົນເສດຖະກິດ - ສັງຄົມ, ມີການຕີລາຄາຜົນສະທ້ອນຕໍ່ສິ່ງແວດລ້ອມ ແລະ ມາດຕະການປົກປັກຮັກສາສິ່ງແວດລ້ອມ, ຕ້ອງຄິດໄລ່ເຖິງແຫຼ່ງເງິນລົງທຶນໃຫ້ສົມສວນຕາມຂໍ້ກຳນົດຂອງກົດໝາຍ, ບໍ່ໄດ້ກໍ່ຜົນສະທ້ອນຊົ່ວຮ້າຍເຖິງໜີ້ສາທາລະນະ.
ກໍ່ໃນຕອນເຊົ້າວັນທີ 25/6, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍຊັບພະຍາກອນສິ່ງແວດລ້ອມ, ທະເລ ແລະ ໝູ່ເກາະ ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັງປຸງ).