ສະພາແຫ່ງຊາດ ຫວຽດນາມ ປຶກສາຫາລືກ່ຽວກັບການຕີລາຄາເພີ່ມເຕີມຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2024
(VOVWORLD) - ວັນທີ 17 ມິຖຸນາ, ສະພາແຫ່ງຊາດໄດ້ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ, ລົງປະຊາມະຕິຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍວິສາຫະກິດ ແລະ ມະຕິຂອງສະພາແຫ່ງຊາດກ່ຽວກັບການຫຼຸດອັດຕາອາກອນມູນຄ່າເພີ່ມ.
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: quochoi.vn) |
ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 17 ມິຖຸນາ, ສະພາ ແຫ່ງຊາດໄດ້ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ, ລົງປະຊາມະຕິຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍວິສາຫະກິດ ແລະ ມະຕິຂອງສະພາແຫ່ງຊາດກ່ຽວກັບການຫຼຸດອັດຕາອາກອນມູນຄ່າເພີ່ມ. ຫຼັງຈາກນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບເລື່ອງ: ການຕີລາຄາເພີ່ມເຕີມຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2024; ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນທຳອິດຂອງປີ 2025; ໃຫ້ສັດຕະຍາບັນການສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປີ 2023; ເລື່ອງສືບຕໍ່ໝູນໃຊ້ບາງກົນໄກ, ນະໂຍບາຍພິເສດສະເພາະ ເຊິ່ງສະພາແຫ່ງຊາດໄດ້ອະນຸຍາດໃຫ້ປະຕິບັດຢູ່ບາງທ້ອງຖິ່ນ ພາຍຫຼັງປະຕິບັດການສັບຊ້ອນກົງຈັກການຈັດຕັ້ງ, ເປີດກວ້າງເຂດແດນບໍລິຫານຕາມແຜນນະໂຍບາຍຂອງພັກ, ລັດ; ວຽກງານປະຕິບັດການປະຢັດ, ຕ້ານການຟຸມເຟືອຍປີ 2024; ໝາກຜົນປະຕິບັດເປົ້າໝາຍແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍປີ 2024.
ກອງປະຊຸມໄດ້ຮັບການຖ່າຍທອດສົດຜ່ານຄື້ນວິທະຍຸກະຈາຍສຽງ ຫວຽດນາມ ແລະ ໂທລະພາບແຫ່ງຊາດ ຫວຽດນາມ.
ກໍໃນຕອນເຊົ້າວັນທີ 17 ມິຖຸນາ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍວິສາຫະກິດ; ມະຕິຂອງສະພາແຫ່ງຊາດວ່າດ້ວຍການຫຼຸດອັດຕາອາກອນມູນຄ່າເພີ່ມ.