ສະມາຄົມແມ່ຍິງ ອາຊຽນ ຊຸກຍູ້ຄວາມເຂົ້າໃຈ ແລະ ເພີ່ມທະວີຄວາມສາມັກຄີ

ສະມາຄົມແມ່ຍິງ ອາຊຽນ ຊຸກຍູ້ຄວາມເຂົ້າໃຈ ແລະ ເພີ່ມທະວີຄວາມສາມັກຄີ - ảnh 1
ພາບປະກອບ. (vietnamplus.vn)

(vovworld) - ວັນ​ທີ 15/2, ສະມາຄົມ​ແມ່ຍິງ​ ອາ​ຊຽນ ຢູ່ ມາ​ເລ​ເຊຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 30 ຂຶ້ນ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ ເກືອບ 100 ຄົນທີ່​ມາ​ຈາກ​ບັນດາ​ປະ​ເທດ ອາ​ຊຽນ. ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ​ນາງ Haiji Awang ປະທານ​ສະມາຄົມ ​ແມ່ຍິງ ອາ​ຊຽນ ຊຸດ​ທີ 29 ​ໄດ້​ທົບ​ທວນຄືນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ໃນອາ​ຍຸ​ການ ປີ 2011 - 2012, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ​ແລກປ່ຽນ​ດ້ານວັດທະນະທຳ ​ແລະ ສັງຄົມ, ການ​ພົບ​ປະ​ສົນ​ທະ​ນາ​ກ່ຽວ​ກັບ​ສຸຂະພາບ ​ຕ້ານ​ການ​ຄ້າ​ມະນຸດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ອື່ນໆ ​ເພື່ອ​ຊຸກຍູ້​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ ກັນ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີ. ກອງ​ປະຊຸມ​ໃຫຍ່ ​ໄດ້​ຮັບຮອງ​ເອົາ​ບົດ​ບັນທຶກ​ກອງ​ປະຊຸມ​ໃຫຍ່ ALC ຄັ້ງ​ທີ 29 ​ແລະ ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສະມາ​ຄົມ​ແມ່ຍິງ ອາ​ຊຽນ ​ຊຸດ​ໃຫມ່ອາ​ຍຸ​ການ 2012 -2013. ທ່ານ​ນາງ Datin Jazliza Jalaludin ຊາວ ມາ​ເລ​ເຊຍ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ.

 

ຕອບກັບ

ຂ່າວ/ບົດ​ອື່ນ