ສະຫະປະຊາຊາດບໍ່ຮັບຮອງເອົາຮ່າງມະຕິຂອງປາແລດສະຕີນ

ສະຫະປະຊາຊາດບໍ່ຮັບຮອງເອົາຮ່າງມະຕິຂອງປາແລດສະຕີນ - ảnh 1
ກອງ​ປະ​ຊຸມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ
(ພາບປະ​ກອບ​ຈາກ AFP/TTXVN)


(vovworld) – ຮູ່ງ​ເຊົ້າ​ວັນ​ທີ 31/12 (ຕາມ​ເວ​ລາ​ຮ​່າ​ໂນ້ຍ), 15 ປະ​ເທດ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ໂຮມ​ປະ​ຊຸມ, ປ່ອນ​ບັດ​ກ່ຽວ​ກັບ​ຮ່າງ​ມະ​ຕິ​ໂດຍ ຈໍ​ແດນ ຕາງ​ໜ້າ​ອຳ​ນາດ​ການ​ປົກ​ຄອງ​ລັດ ປາ​ແລດ​ສະ​ຕີນ ຍື່ນ​ສະ​ເໜີ, ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ສ້າງ​ຕັ້ງ​ລັດ ປາ​ແລດ​ສະ​ຕີນ ເອ​ກະ​ລາດ. ຄື​ກັນ​ກັບ​ການ​ຄາດ​ຄະ​ເນ​ຂອງວົງ​ການ​ຜູ້​ສັງ​ເກດ​ການ​ແລ້ວ, ຮ່າງ​ມະ​ຕິນີ້ບໍ່​ໄດ້​ຮັບ​ຮອງ​ເອົາ​ເມື່ອ​ໄດ້​ຮັບ 8/15 ບັດ​ສະ​ໜັບ​ສະ​ໜູນ. ອາ​ເມ​ລິ​ກາ ແລະ ອົດ​ສະ​ຕາ​ລີ ປ່ອນ​ບັດ​ຄັດ​ຄ້ານ​5 ປະ​ເທດ​ກຳ​ມະ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອື່ນ​ປ່ອນ​ບັດ​ຂາວ, ໃນ​ນັ້ນ​ມີ​ອັງ​ກິດ. ໃນ​ກອງ​ປະ​ຊຸມ​ດຳ​ເນີນ​ໄປ​ພາຍຫຼັງ 1 ວັນ​ທີ່ຈໍ​ແດນ, ຕາງ​ໜ້າ​ໃຫ້​ກຸ່ມ​ບັນ​ດາ​ປະ​ເທດ ອາ​ຣັບ ຢູ່ ສະ​ພາ​ຄວາມ​ໝັ້ນ​ຄົງ, ຍື່ນ​ສະ​ເໜີ​ຕໍ່ ສ​ປ​ຊ ໂດຍ​ຕາງ​ໜ້າ​ໃຫ້ ປາ​ແລດ​ສະ​ຕີນ ຮ່າງ​ມະ​ຕິ​ໃໝ່ ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ຢຶດ​ຄອງ​ຂອງ ອິດ​ສະ​ຣາ​ແອນ ຢູ່​ບັນ​ດາ​ເຂດ​ດິນ​ແດນ ປາ​ແລດ​ສະ​ຕີນ ແລະ​ ຮັບ​ຮູ້​ບັນ​ດາເສັ້ນ​ຊາຍ​ແດນ​ປີ 1967, ເປີດ​ຊ່ອງ​ທາງ​ໃຫ້​ແກ່​ເລື່ອງ​ສ້າງ​ຕັ້ງ​ລັດ ປາ​ແລດ​ສະ​ຕີນ ເອ​ກະ​ລາດ.


ຂ່າວ/ບົດ​ອື່ນ