( vovworld ) - ຕອນເຊົ້າວັນທີ 30/7, ຢູ່ຮ່າໂນ້ຍ, ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ແລະ ກອງທຶນປະຊາກອນສະຫະປະຊາຊາດ, ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ແມ່ຍິງໄດ້ລົງນາມໃນຂໍ້ຕົກລົງຜັນຂະຫຍາຍໂຄງການ “ເພີ່ມທະວີໃຫ້ແກ່ບັນດານັກສ້າງກົດໝາຍ ແລະ ວາງນະໂຍບາຍໃນການຂົນຂວາຍ, ຕິດຕາມກວດການະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງເຖິງປະຊາກອນ, ສຸຂະພາບຈະເລີນພັນ ແລະ ສິດສະເໝີພາບລະຫວ່າງຍິງຊາຍ”. ໂຄງການໄດ້ຮັບການຜັນຂະຫຍາຍໃນຮອບເວລາ 4 ປີ (2012 - 2016) ເພື່ອແນໃສ່ຍົກສູງຄວາມຮູ້ໃຫ້ແກ່ບັນດາ ສສຊ, ພ້ອມທັງຊ່ວຍໃຫ້ບັນດາຜູ້ແທນໃນວິວັດການກວດກາບັນດາຮ່າງກົດໝາຍ ແລະ ຕິດຕາມກວດກາການປະຕິບັດ, ກໍຄືບັນດານະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງເຖິງຂົງເຂດປະຊາກອນ, ສຸຂະພາບຈະເລີນພັນ, ບັນຫາອົບພະຍົບ ແລະ ສິດສະເໝີພາບລະຫວ່າງຍິງຊາຍ. ໂຄງການມີຍອດຈຳນວນເງິນ 1.600.000 USD ຊຶ່ງແມ່ນບ້ວງເງິນສ່ວຍເຫຼືອລ້າ. ໃນນັ້ນ, ທຶນທີ່ໃຫ້ຄຳໝັ້ນສັນຍາແມ່ນ 880.000 USD, ໂດຍກອງທຶນປະຊາກອນສະຫະປະຊາຊາດ ແລະ ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ແມ່ຍິງໜູນຊ່ວຍ.