ພິທີສະເຫຼີມສະຫຼອງວັນຊາດຂອງ ອິນເດຍ
ຄົບຮອບ 68 ປີ (26/01/1949 – 26/01/2017)
(ພາບ: TTXVN)
(vovworld) - ຕອນຄ່ຳວັນທີ 03/02 ຢູ່ສະຖານກົງສູນໃຫຍ່ ອິນເດຍ ປະຈຳນະຄອນ ໂຮ່ຈີມິນ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດຂອງ ອິນເດຍ ຄົບຮອບ 68 ປີ (26/01/1949 – 26/01/2017). ກ່າວຄຳເຫັນນະທີ່ນີ້, ທ່ານນາງ Smita Pant ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ປະຈຳນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ: ຫວຽດນາມ ແລະ ອິນເດຍ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພ້ອມກັນນັ້ນ ແມ່ນຍູ້ແຮງບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດການເມືອງ, ເສດຖະັກິດ, ວັດທະນະທຳ, ວິທະຍາສາດ - ເຕັກນິກ…ພິເສດແມ່ນບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນ 2 ປະເທດ ໃນວິວັດການສ້າງສາ ແລະ ພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດ. ສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບນະຄອນ ໂຮ່ຈີມິນ, ທ່ານນາງ Smita Pant ເນັ້ນໜັກວ່າ: ສະຖານກົງສູນໃຫຍ່ ອິນເດຍ ຈະເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ເຊື່ອມຕໍ່ວິສາຫະກິດ, ຍູ້ແຮງບັນດາລາຍການຮ່ວມມືໃນຂົງເຂດຕ່າງໆ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຄື: ເຕັກໂນໂລຢີສື່ສານ, ການສຶກສາ.