ສະເຫຼີມສະຫຼອງ 20 ປີແຫ່ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ

ສະເຫຼີມສະຫຼອງ 20 ປີແຫ່ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ - ảnh 1
ສະເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​
ທາງ​ການ​ທູດ​ລະ​ຫວ່າງ​ຫວຽດນາມ - ສ.​ເກົາ​ຫີຼ
(ພາບ: vietnamplus.vn)


(vovworld) -     ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດນາມ - ສ.​ເກົາ​ຫີຼ (22/12/1992 – 22/12/2012), ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ສົ່ງ​ສານ​ອວຍພອນ​​ເຖິງ​ປະທານາທິບໍດີ, ນາຍົກລັດຖະມະຕີ ​ແລະ ປະທານ​ສະພາ​ແຫ່ງ​ຊາດ​ສ.​ເກົາຫຼີ.

        ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດນາມ - ສ.​ເກົາ​ຫີຼ. ຕອນ​ຄໍ່າ​ວັນ​ທີ 21/12, ຢູ່​ນະຄອນຫຼວງ​ເຊ​ອູ​ນ (ສ.​ເກົາຫຼີ), ສະຖານທູດ​ຫວຽດນາມ ປະຈຳ ສ.​ເກົາຫຼີ ​ໄດ້​ສົມທົບ​ກັບ​ສະມາຄົມ​ມິດຕະພາບສ.​ເກົາຫຼີ - ຫວຽດນາມ ຈັດ​ງານລ້ຽງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳສ.​ເກົາຫຼີ ​ເນັ້ນ​ໜັກ​ວ່າ ​ໃນ​ຕະຫຼອດ 20 ປີຜ່ານມາ, ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ພັດທະນາ​ຢ່າງ​ດີງາມ​ໃນ​ທຸກ​ຂົງ​ເຂດຄື້: ການ​ເມືອງ ​ແລະ ​ເສດຖະກິດ, ວັດທະນະທຳ ​ແລະ ສັງຄົມ, ການ​ສຶກສາ ​ແລະ ບຳລຸງ​ສ້າງ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະ​ຫງົບ ກໍ​ຄື​ການ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ມາ​ຮອດ​ປະຈຸ​ບັນ, ກາ​ນພົວພັນ​ລະ​ຫວ່າງ​ຫວຽດນາມ - ສ.​ເກົາຫຼີ ​​ແມ່ນ​ມີ​​ລັກສະນະ​ຍຸດ​ທະ​ສາດຢ່າງ​ອທ້ຈິງ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ຢ່າງ​ເລິກ​ເຊິ່ງ ກໍ​ຄື​ປະສິດ​ທິຜົນ​ສຸງ​ໃນ​ທຸກ​ຂົງ​ເຂດ​ຮ່ວມ​ມື ​ແລະ ​ການແລກປ່ຽນ​ອັນສະໜິດສະໜົມ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ