(vovworld) - ຕອນບ່າຍວັນທີ 03/04, ເຮືອບິນຂົນສົ່ງຜູ້ໂດຍສານຈາກສະໜາມບິນ Zaventem ຢູ່ນະຄອນຫຼວງບຣຸກແຊນ ປະເທດແບນຊິກ ໄປເຖິງນະຄອນ Faro, ປະເທດປອກຕຸຍການ ແລະ ໄດ້ກາຍເປັນຖ້ຽວບິນທຳອິດທີ່ເລີ່ມບິນຈາກສະໜາມບິນນີ້ ນັບແຕ່ພາຍຫຼັງເຫດບຸກໂຈມຕີກໍ່ການຮ້າຍເມື່ອວັນທີ 22/03. ບັນດາເຈົ້າໜ້າທີ່ລັດຖະບານ ແລະ ວົງການເຈົ້າໜ້າທີ່ສະໜາມບິນໄດ້ເຂົ້າຮ່ວມເຫດການນີ້ສະຫງວນເວລາ 1 ນາທີເພື່ອໄວ້ອາໄລບັນດາຜູ້ປະສົບເຄາະຮ້າຍຈາກເຫດບຸກໂຈມຕີກໍ່ການຮ້າຍຢູ່ສະໜາມບິນນີ້ ແລະ ສະຖານີລົດໄຟໃຕ້ດິນຢູ່ນະຄອນຫຼວງ ບຣຸກແຊນ ເມື່ອວັນທີ 22/03, ເຮັດໃຫ້ 32 ຄົນເສຍຊີວິດ ແລະ ກວ່າ 300 ຄົນຮັບບາດເຈັບ. 2 ຖ້ຽວບິນອື່ນກໍ່ເລີ່ມບິນໃນວັນທີ 03/04 ເຖິງ Athens, ປະເທດເກຼັກ ແລະ Turin, ປະເທດອີຕາລີ. ຈຳນວນຖ້ຽວບິນຈະເພີ່ມຂຶ້ນໃນຊຸມມືຈະມາເຖິງ.