ສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ

ສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ - ảnh 1
( ພາບປະກອບ )

( vovworld ) -   ທ່ານ​ນາຍົກລັດຖະມົນຕີ​ຫາ​ກໍ່​ຕົກລົງ​ສ້າງ​ຕັ້ງຄະນະ​ຊີ້​ນຳ​ສູງ​ການ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາ​ກ​ແບບ​ຍືນ​ຍົງໄລຍະ​ແຕ່​ປີ 2011 ຮອດ​ປີ 2020 ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ເປັນ​ຫົວໜ້າ​ຄະ​ນະ. ​ຄະນະ​ຊີ້​ນຳ​ສູງ​ກາງ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາ​ກມີ​ໜ້າ​ທີ່​ຊ່ວຍ​ນາຍົກລັດຖະມົນຕີຊີ້ນຳ, ປະສານສົມທົບ​ລະຫວ່າງ​ບັນດາກະຊວງ, ​ຂະ​ແໜງການ ​ແລະ ທ້ອງ​ຖິ່ນຕ່າງໆ​ໃນ​​ເລື່ອງ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ກົນ​ໄກ, ນະ​ໂຍບາຍ ​ເພື່ອ​ປະຕິບັດ​ຈຸດໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ. ຄຽງ​ຂ້າງ​ນັ້ນ, ​ກໍ່ເຂົ້າ​ຮ່ວມ​ການ​ສ້າງ, ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະມົນຕີ​ອະນຸມັດ​ຜ່ານ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກ່ຽວ​ກັບ​ການຫຼຸດຜ່ອນ​ຄວາມທຸກ​ຍາ​ກ​ແບບ​ຍືນ​ຍົງໄລຍະ 2011 – 2015. ສະ​ເໜີ​ກົນ​ໄກ, ນະ​ໂຍບາຍ ​ແລະ ວິທີ​ການລະດົມ​ແຫຼ່ງ​ກຳລັງຈາກບັນດາ​ວິ​ສາ​ຫະກິດ, ອົງການ, ສ່ວນ​ບຸກຄົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ເພີີ່ມ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ປະຕິບັດ​ຈຸດໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາ​ກ.

ຂ່າວ/ບົດ​ອື່ນ