(VOVWORLD) - ຕອນເຊົ້າວັນທີ 05 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານ, ປະກອບຄຳເຫັນໃສ່ແຜນຮ່າງເຂດການຄ້າເສລີກະກຽມຍື່ນສະເໜີຕໍ່ຂັ້ນມີສິດອຳນາດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ |
ນາຍົກລັດຖະມົນຕີເນັ້ນໜັກວ່າ ການສ້າງຕັ້ງເຂດການຄ້າເສລີແມ່ນວຽກໃໝ່, ເມື່ອຜັນຂະຫຍາຍປະຕິບັດຕ້ອງມີຄວາມເປັນໄປໄດ້, ມີປະສິດທິຜົນ; ເປົ້າໝາຍແມ່ນທົດລອງນະໂຍບາຍ ແລະ ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ຕອບສະໜອງບັນດາເປົ້າໝາຍໃນຕໍ່ໜ້າ ແລະ ຍາວນານ, ໂດຍສະເພາະແມ່ນເປົ້າໝາຍຍຸດທະສາດ 100 ປີ. ທ່ານນາຍົກລັດຖະມົນຕີເນັ້ນໜັກຕື່ມອີກວ່າ:
“ເພາະວ່າເປັນການທົດລອງ, ສະນັ້ນຕ້ອງມີການກຳນົດເວລາໃນໄລຍະໃດໜຶ່ງເທົ່ານັ້ນ, ແຕ່ວ່າກົນໄກນະໂຍບາຍຕ້ອງມີລັກສະນະເປັນເອກະລັກສະເພາະ, ກະໂດດຂັ້ນ, ມີການແກ້ງແຍ້ງ, ມີຄວາມເປັນໄປໄດ້. ບັນດາກົນໄກ, ນະໂຍບາຍໃດທີ່ຍັງບໍ່ທັນເໝາະສົມຕ້ອງຮຽນຮູ້ປະສົບການກັບຕ່າງປະເທດ. ບົນພື້ນຖານລັກສະນະພິເສດ, ສ້າງເຂດການຄ້າເສລີທີ່ມີອັນລວມ ແຕ່ກໍຕ້ອງມີທັງລັກສະນະເປັນເອກະລັກ, ສີວິໄລ, ທັນສະໄໝ. ການຈັດຕັ້ງກະທັດລັດ, ແຕ່ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ; ເພີ່ມທະວີການແບ່ງຂັ້ນ, ແບ່ງສິດ ແລະ ຄວາມເປັນເຈົ້າການຂອງເຂດການຄ້າເສລີ ແລະ ເພີ່ມທະວີການຕິດຕາມກວດກາ.”
ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານກ່ຽວກັບການສະເໜີກົນໄກ, ນະໂຍບາຍຊຸກຍູ້ການພັດທະນາສູນກັ່ນຕອງນ້ຳມັນ ແລະ ພະລັງງານແຫ່ງຊາດຢູ່ເຂດເສດຖະກິດ ຢຸງກວັດ (ແຂວງ ກວ໋າງງາຍ).
ລ້າຍຮວາ