ສ້າງບັ້ນ ກວ໋າງ​ຈຸງ ແບບ​ໄວທີ່ສຸດ: ຕ້ອງ​ເອົາຕົນເອງໄປຢູ່​ໃນ​ຈຸດ​ຂອງ​ປະ​ຊາ​ຊົນ​ເພື່ອມີ​ການ​ກະ​ທຳ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາທ້ອງຖິ່ນ, ພິເສດແມ່ນ ຢາລາຍ ແລະ ດັກລັກ ຕ້ອງພະຍາຍາມກວ່າອີກ, ຕ້ອງຕິດແທດຕົວຈິງ ເພື່ອຊີ້ນຳຢ່າງຂ້ຽວຂາດ, ເລີ່ມລົງມືກໍ່ສ້າງຈຳນວນເຮືອນທີ່ຍັງເຫຼືອຢ່າງຮີບດ່ວນ.
ສ້າງບັ້ນ ກວ໋າງ​ຈຸງ ແບບ​ໄວທີ່ສຸດ: ຕ້ອງ​ເອົາຕົນເອງໄປຢູ່​ໃນ​ຈຸດ​ຂອງ​ປະ​ຊາ​ຊົນ​ເພື່ອມີ​ການ​ກະ​ທຳ - ảnh 1ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ວັນທີ 17 ທັນວາ, ໂດຍເປັນປະທານກອງປະຊຸມຕີລາຄາການສ້າງ ບັ້ນ ກວ໋າງຈຸງ (ກໍ່ສ້າງ, ສ້ອງແປງເຮືອນຢູ່ຄືນໃໝ່ໃຫ້ຄອບຄົວທີ່ມີເຮືອນພັງຖະຫຼົ່ມ, ເປເພ່ ໃນເຫດພາຍຸນ້ຳຖ້ວມຄັ້ງຕ່າງໆທີ່ເກີດຂຶ້ນຢູ່ພາກກາງໃນໄລຍະຜ່ານມາ), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ອີກຄັ້ງໜຶ່ງ ເນັ້ນໜັກວ່າ ທຸກຂັ້ນ, ທຸກຂະແໜງການຕ້ອງເອົາຕົນເອງໄປຢູ່ໃນຈຸດຂອງປະຊາຊົນທີ່ບໍ່ມີເຮືອນຢູ່ ເພື່ອມີກະທຳ. ຢ້ຳຄືນເປົ້າໝາຍຮອດວັນທີ 31 ທັນວາ 2025 ຕ້ອງສຳເລັດການສ້ອມແປງເຮືອນຢູ່, ຮອດວັນທີ 31 ມັງກອນ 2026 ຕ້ອງປະຕິບັດສຳເລັດການກໍ່ສ້າງເຮືອນຢູ່ຫຼັງໃໝ່, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາທ້ອງຖິ່ນ, ພິເສດແມ່ນ ຢາລາຍ ແລະ ດັກລັກ ຕ້ອງພະຍາຍາມກວ່າອີກ, ຕ້ອງຕິດແທດຕົວຈິງ ເພື່ອຊີ້ນຳຢ່າງຂ້ຽວຂາດ, ເລີ່ມລົງມືກໍ່ສ້າງຈຳນວນເຮືອນທີ່ຍັງເຫຼືອຢ່າງຮີບດ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ