ສ້າງແຫຼ່ງຊັບພະຍາກອນຍິງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ

ສ້າງແຫຼ່ງຊັບພະຍາກອນຍິງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ - ảnh 1

(ພາບປະກອບ: google.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 28/11, ຢູ່ ຮ່າ​ໂນ້ຍ, ສະຫະພັນ​ແມ່ຍິງ​ຫວຽດນາມ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ​ແລະ ສະຫຼຸບ 3 ປີ ​ແຫ່ງ​ການ​ປະຕິບັດ​ແຜນ​ຮ່າງ ”​ໂຄສະນາ, ສຶກສາ​ຄຸນ​ນະ​ທາດ ຄຸນສົມບັດ​ຂອງ​ແມ່ຍິງ​ຫວຽດນາມ ​ໃນ​ໄລຍະ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ” ​ແລະ ​ແຜນ​ຮ່າງ ”ສຶກສາ​ຜູ້​ເປັນແມ່ 5 ລ້ານ​ຄົນ​ລ້ຽງລູກ​ໄດ້​ດີ” (​ໄລຍະ 2010 – 2015) ນີ້​ແມ່ນ 2 ​ແຜນ​ຮ່າງ​ທີ່​ມີ​ຄວາມ​ໝາຍ​ສຳຄັນ ຊ່ວຍ​ໃຫ້​ສະມາຄົມ​ແມ່ຍິງ​ທຸກ​ຂັ້ນ ​ແລະ ບັນດາ​ຂະ​ແໜງ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການສ້າງ​ແຫຼ່ງຊັບພະຍາກອນ​ຍິງ ​ແລະ ລຸ້ນໜຸ່ມ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ໄລຍະ​ຫັນ​ເປັນປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ບັນດາ​ແຜນ​ຮ່າງ​ວາງ​ຄາດໝາຍ​ເຖິງ​ປີ 2015, ມີ​ກວ່າ 70% ຈຳນວນ​ແມ່ຍິງ ​ແລະ 90% ຈະ​ນວນ​ສະມາຊິກ​ແມ່ຍິງ, ຊາວ​ໜຸ່ມ, ພະນັກງານ​ຍິງ​ໄດ້​ຮັບ​ການ​ໂຄສະນາ​ກ່ຽວ​ກັບ​ຄຸນ​ນະ​ທາດ, ຄຸນສົມບັດຂອງ​ແມ່ຍິງ​ຫວຽດນາມ ​ໃນໄລຍະ​ຫັນ​ເປັນປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

ຂ່າວ/ບົດ​ອື່ນ