ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານເລຂາທິການໃຫຍ່,
ປະທານປະເທດ ລາວ ບຸນຍັງ ວໍລະຈິດ
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 41 ປີ (02/12/1975 – 02/12/2016), ວັນທີ 01/12 ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ສົ່ງສານອວຍພອນເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທອງລຸນ ສີສຸລີດ ແລະ ທ່ານນາງປະທານສະພາແຫ່ງຊາດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປານີ ຢາທໍ່ຕູ້. ເນື້ອໃນສານອວຍພອນມີຕອນຂຽນວ່າ
“ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດ ເມື່ອເຫັນວ່າໃນ 41 ປີຜ່ານມາ, ດ້ວຍນ້ຳໃຈຮັກຊາດຢ່າງລົ້ນເຫຼືອແລະ ມູນເຊື້ອປະຕິວັດອົງອາດກ້າຫານ, ປະຊາຊົນ ລາວ ບັນດາເຜົ່າອ້າຍນ້ອງ ຍາດໄດ້ບັນດາໄຊຊະນະຍິ່ງໃຫຍ່ໃນພາລະກິດປົກປັກຮັກສາ ແລະ ສ້າງປະເທດຊາດ, ຄວາມສະຫງົບປອດໄພ ແລະ ສະຖຽນລະພາບດ້ານການເມືອງໄດ້ຮັບການຮັກສາຢ່າງໝັ້ນຄົງ, ເສດຖະກິດເຕີບໂຕດ້ວຍລະດັບສູງ, ຊີວິດທາງດ້ານລັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ພິເສດແມ່ນໃນປີ 2016 ລາວ ໄດ້ຈັດຕັ້ງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 10 ຂອງພັກປະຊາຊົນປະຕິວັດ ລາວ ສຳເລັດຜົນ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 8 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ / ນະຄອນ ໄດ້ປະສົບຜົນສຳເລັດຢ່າງຈົບງາມ; ພ້ອມທັງ ຮັບບົດບາດເປັນປະທານ ອາຊຽນ ຢ່າງມີໄຊ ແນໃສ່ຍົກສູງບົດບາດ ແລະ ທີ່ຕັ້ງຂອງ ລາວ ຢູ່ພາກພື້ນ ແລະ ໃນໂລກຢ່າງບໍ່ຢຸດຢັ້ງ.”
ແລະໃນວັນດຽວກັນ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຟ້າມບີງ ມິນ ແລະ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວາງບີງກວນ ກໍ່ສົ່ງສານອວຍພອນເຖິງທ່ານລັດຖະມົນຕີການຕ່າງປະເທດ ລາວ ແລະ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ.