ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: Reuters)
(vovworld) - ຫວ່າງແລ້ວນີ້, ພະເຈົ້າຈັກກະພັດ ຍີ່ປຸ່ນ Akihito, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ໄດ້ສົ່ງສານອວຍພອນມາຍັງທ່ານ ເຈີ່ນດ້າຍກວາງ ເນື່ອງໃນໂອກາດທ່ານໄດ້ຮັບດຳລົງຕຳແໜ່ງເປັນປະທານປະເທດ. ໃນບັນດາສານອວຍພອນ, ພະເຈົ້າຈັກກະພັດ ຍີ່ປຸ່ນ Akihito ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢືນຢັນວ່າ: ຍີ່ປຸ່ນ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ປາດຖະໜາວ່າ ການພົວພັນມິດຕະພາບຮ່ວມມື ຫວຽດນາມ - ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການເພີ່ມທະວີ.
ເນື່ອງໃນໂອກາດທ່ານ ຫງວຽນຊວນຟຸກ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ທ່ານ Park Pong Chu ນາຍົກລັດຖະມົນຕີຄະນະລັດຖະບານ ສປປ ເກົາຫຼີ ກໍໄດ້ສົ່ງສານມາອວຍພອນ.
ເນື່ອງໃນໂອກາດນີ້, ເຈົ້າຊີວິດ ບຣູໄນ Haji Hassanal Bolkiah, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Hwang Kyo – Ahn ກໍໄດ້ສົ່ງສານມາອວຍພອນ. ໃນບັນດາສານອວຍພອນ, ການນຳຂັ້ນສູງບັນດາປະເທດອວຍພອນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບຮ່ວມມືກັບ ຫວຽດນາມ ຈະສືບຕໍ່ພັດທະນາຢ່າງດີງາມ.