ສາມັນຊົນ ປາແລັດສະຕິນ ເສຍຊີວິດເມື່ອ ອິດສະຣາແອັນ ສືບຕໍ່ບຸກໂຈມຕີຢູ່ ກາຊາ

(VOVWORLD) - ເຫດການເຮັດໃຫ້ຂໍ້ຕົກລົງຢຸດຍິງໂດຍ ອາເມລິກາ ເປັນກາງໄກເກ່ຍ ທີ່ແກ່ຍາວເປັນເວລາ 4 ເດືອນຢູ່ເຂດດິນແດນນີ້ຖືກຊຸດໂຊມລົງ.

        ຕາມອົງການສາທາລະນະສຸກຢູ່ ກາຊາ, ບັນດາການບຸກໂຈມຕີທາງອາກາດ ແລະ ຍິງປືນຂອງ ອິດສະຣາແອັນ ໃນວັນທີ 10 ກຸມພາ, ໄດ້ເຮັດໃຫ້ຊາວ ປາແລັດສະຕິນ 5 ຄົນເສຍຊີວິດ. ເຫດການເຮັດໃຫ້ຂໍ້ຕົກລົງຢຸດຍິງໂດຍ ອາເມລິກາ ເປັນກາງໄກເກ່ຍ ທີ່ແກ່ຍາວເປັນເວລາ 4 ເດືອນຢູ່ເຂດດິນແດນນີ້ຖືກຊຸດໂຊມລົງ.

        ໄລຍະຕໍ່ໄປໃນແຜນການຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ແນໃສ່ຢຸດຕິການປະທະກັນຢູ່ ກາຊາ, ລວມມີ: ຮາມາດສ ປົດງອາວຸດ, ອິດສະຣາແອັນ ຖອນທະຫານອອກຈາກ ກາຊາ ແລະ ຜັນຂະຫຍາຍກຳລັງຮັກສາສັນຕິພາບສາກົນ. ຮາດມາດສ ສືບຕໍ່ຢືນຢັນວ່າ ຈະບໍ່ວາງອາວຸດ ເມື່ອກອງທັບ ອິດສະຣາແອັນ ຍັງຢຶດຄອງບັນດາເຂດດິນແດນ ປາແລັດສະຕິນ. ແຫຼ່ງຂ່າວຈາກເຈົ້າໜ້າທີ່ ອິດສະຣາແອັນ ໃຫ້ຮູ້ວ່າດ ປະເທດນີ້ພວມກະກຽມໃຫ້ແກ່ກັບຄືນສູ່ສົງຄາມຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ