![ສາສະຫນາພຸດໃນວິວັດທະນາການເສີມຂະຫຍາຍວັດທະນະທຳຂອງຊາດ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_11_08/hoi-thao-phat-giao.jpg)
ກອງປະຊຸມສຳມະນາວິທະຍາສາດສາກົນ
photo:baolaocai.vn
|
(vovworld)- ວັນທີ 8/11, ມີຜູ້ແທນເກືອບ 100 ທ່ານທີ່ມາຈາກ 10 ປະເທດ, ເຂດແຄ້ວນຄື: ອາເມລິກາ, ຍີ່ປຸ່ນ, ສເກົາຫລີ, ໄທ, ມຽນມາ,ລາວ, ກຳປູເຈຍ…ສຸມໃສ່ປຶກສາຫາລືກ່ຽວກັບບັນຫາ ສາສະຫນາພຸດໃນວິວັດທະນາການເສີມຂະຫຍາຍວັດທະນະທຳຂອງຊາດ ທີ່ກອງປະຊຸມສຳມະນາວິທະຍາສາດສາກົນ ດ້ວຍຫົວຂໍ້ວ່າ: ສາສະຫນາພຸດອາຊີ ແລະ ຫວຽດນາມ ໃນວິວັດທະນາການເສີມຂະຫຍາຍວັດທະນະທຳຂອງຊາດ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ສາດສະດາຈານ, ດຣ ຫງວຽນຊວນທັງ, ປະທານສະຖາບັນດີດ ວິທະຍາສາດ ສັງຄົມຫວຽດນາມ ໃຫ້ຮູ້ວ່າ: “ໃນວິວັດທະນາການແຫ່ງການຄົງຕົວ ແລະ ພັດທະນາ, ສາສະຫນາພຸດ ຫວຽດນາມ ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເສີມຂະຫຍາຍວັດທະນະທຳຂອງຊາດໃນໄລຍະໃຫມ່, ມີບົດບາດນັບມື້ນັບພົ້ນເດັ່ນຂຶ້ນໃນວິວັດທະນາການຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ, ເຊື່ອມໂຍງເຂົ້າກັບສາກົນ.”