ສຳ​ນັກ​ງານ CIA ຢູ່ ອາຣັບ​ບີ ຊະ​ອຸ​ດິ ຖືກ​ບຸກ​ໂຈມ​ຕີ - ອິດ​ສະ​ຣາ​ແອັນ ປຸກ​ລະ​ດົມ​ກະ​ແສ​ບຸກ​ໂຈມ​ຕີ​ຂອບ​ຂະ​ໜາດ​ໃຫຍ່​ເຂົ້າ​ບັນ​ດາ​ເປົ້າ​ໝາຍ​ຢູ່ ອີ​ຣານ

(VOVWORLD) -  ວັນທີ 03 ມີນາ, ສຳນັກງານຂອງອົງການສືບຂ່າວລັບສູນກາງ ອາເມລິກາ (CIA) ທີ່ສະຖານທູດ ອາເມລິກາ ປະຈຳ ອາຣັບບີ ຊະອຸດິ ຖືກເຮືອບິນບໍ່ມີຄົນຂັບບຸກໂຈມຕີ. ເຫດການດັ່ງກ່າວເກີດຂຶ້ນໃນສະພາບການປະທະກັນດ້ານການທະຫານທີ່ພວມເພີ່ມຂຶ້ນໃນພາກພື້ນ.

ກະຊວງປ້ອງກັນປະເທດ ອາຣັບບີ ຊະອຸດິ ໃຫ້ຮູ້ວ່າ ສະຖານທູດ ຖືກເຮືອບິນບໍ່ມີຄົນຂັບ 2 ລຳບຸກໂຈມຕີ, ເຮັດໃຫ້ເກີດໄພໄໝ້ເລັກໜ້ອຍ ແລະ ເປ່ເພພື້ນຖານວັດຖຸຈຳນວນໜຶ່ງ. ປັດຈຸບັນນີ້, CIA ຍັງບໍ່ທັນສະແດງທັດສະນະກ່ຽວກັບຂໍ້ມູນດັ່ງກ່າວ.  ກ່ອນໜ້ານັ້ນ, ອີຣານ ໄດ້ເປີດກວ້າງການບຸກໂຈມຕີໂຕ້ຕອບດ້ວຍລູກສອນໄຟ ແລະ ເຄື່ອງບິນບໍ່ມີຄົນຂັບເລັ່ງໃສ່ບັນດາເປົ້າໝາຍ ແລະ ຖານທີ່ໝັ້ນການທະຫານຂອງ ອາເມລິກາ ຢູ່ ຕາເວັນອອກກາງ. ນາຍພົນ Ebrahim Jabbari  ຂຶ້ນກັບກຳລັງທະຫານພິທັກປະຕິວັດ ອິດສະລາມ ອີຣານ ໄດ້ກ່າວເຕືອນວ່າ ອີຣານ ຈະໂຕ້ຕອບບັນດາບັ້ນບຸກໂຈມຕີຂອງ ອາເມລິກາ ແລະ ອິດສະຣາແອັນ ຢ່າງແຮງ ຖ້າສົງຄາມຍັງສືບຕໍ່ດຳເນີນ, ພ້ອມທັງປິດປະຕູຊ່ອງແຄບທະເລ Hormuz.

        ໃນຂະນະນັ້ນ, ກຳລັງປ້ອງກັນຕົວອິດສະຣາແອັນ (IDF) ໃຫ້ຮູ້ວ່າ ໄດ້ປຸກລະດົມ “ກະແສບຸກໂຈມຕີຂອບຂະໜາດໃຫຍ່” ຄັ້ງໃໝ່ ແນໃສ່ບັນດາເປົ້າໝາຍຢູ່ ອີຣານ. ບັນດາເປົ້າໝາຍຂອງບັນດາບັ້ນບຸກໂຈມຕີຮອບໃໝ່ລວມມີ “ບັນດາຈຸດທີ່ຍິງລູກສອນໄຟ, ລະບົບປ້ອງກັນອາກາດ ແລະ ພື້ນຖານໂຄງລ່າງຈຳນວນໜຶ່ງ” ຂອງ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ