ສ.ເກົາຫຼີແລະສປປ.ເກົາຫຼີເລີ່ມສຳຫຼວດເສັ້ນທາງລົດໄຟຮ່ວມລຽບຕາມທະເລຍີ່ປຸ່ນ

(VOVWORLD) -ພາຍຫຼັງສຳຫຼວດເສັ້ນທາງລົດໄພ Gyeongui ແລ້ວ, ວັນທີ 08 ທັນວາ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ສືບຕໍ່ສຳຫຼວດຮ່ວມເສັ້ນທາງລົດໄຟລຽບຕາມທະເລຍີ່ປຸ່ນ, ຕອນໄປຜ່ານຜືນແຜ່ນດິນສປປ.ເກົາຫຼີ.

ສ.ເກົາຫຼີແລະສປປ.ເກົາຫຼີເລີ່ມສຳຫຼວດເສັ້ນທາງລົດໄຟຮ່ວມລຽບຕາມທະເລຍີ່ປຸ່ນ - ảnh 1 ຄະນະສຳຫຼວດຂອງສ.ເກົາຫຼີ ລວມມີ 28 ຄົນ

(ພາບ: Kyodo/TTXVN)

ຄະນະສຳຫຼວດຂອງສ.ເກົາຫຼີ ລວມມີ 28 ຄົນເລີ່ມເດີນທາງຈາກເຊີອຸນ. ໃນການໄປນີ້, ຄະນະຈະດຳເນີນການສຳຫຼວດເສັ້ນທາງລົດໄຟຕອນຈາກພູ Geumgnang ໄປເຖິງເມືອງ Anbyon, ແຂວງ Gangwon. ຄາດວ່າ, ຈະສຳຫຼວດເປັນເວລາ 10 ວັນ ຈົນຮອດວັນທີ 17 ທັນວາຈະມາເຖິງ, ຄະນະຈະສຳຫຼວດເສັ້ນທາງລົດໄຟໄປເຖິງສະຖານີລົດໄຟ Duman ດ້ວຍຄວາມຍາວ 800 ກ.ມ, ເພື່ອກວດກາສະພາບຂອງເສັ້ນທາງລົດໄຟ ແລະ ບັນດາພື້ນຖານໂຄງລ່າງທີ່ກ່ຽວຂ້ອງ. ນີ້ແມ່ນຄັ້ງທຳອິດທີ່ລົດໄຟຂອງສ.ເກົາຫຼີ ຈະແລ່ນຜ່ານເຂດພູ Geumgnang - ແມ່ນ້ຳ Duman, ຂຶ້ນກັບເສັ້ນທາງລົດໄຟລຽບຕາມທະເລຍີ່ປຸ່ນ, ນັບແຕ່ເມື່ອສ.ເກົາຫຼີ ແລະ ສປປ.ເກົາຫຼີ ຖືກຕັດແຍກອອກຈາກກັນ.

ຕອບກັບ

ຂ່າວ/ບົດ​ອື່ນ