ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາ ຈະມີການກະທໍາທີ່ວ່ອງໄວກວ່າ ເພື່ອເຊື່ອມຕໍ່ການເຈລະຈາກັບ ສປປ.ເກົາຫຼີ ຄືນໃໝ່
(VOVWORLD) -ວັນທີ 27 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Lee In – young ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມີການເຄື່ອນໄຫວທີ່ວ່ອງໄວກວ່າ ເພື່ອເຊື່ອມຕໍ່ການເຈລະຈາກັບ ສປປ.ເກົາຫຼີ, ພ້ອມທັງຮຽກຮ້ອງໃຫ້ ພຽງຢາງ ໃຫ້ຄຳຕອບຢ່າງມີໄຫວພິບຕໍ່ບັນດາຂໍ້ສະເໜີເຈລະຈາ.
ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Lee In – young (ພາບ: TTXVN) |
ທ່ານ Lee In-young ໄດ້ຍົກອອກຄຳສະເໜີດັ່ງກ່າວໃນເຫດການໜຶ່ງທີ່ເປັນຂີດໝາຍສິ້ນສຸດບັ້ນເຄື່ອນໄຫວ “ຍ່າງເພື່ອຄວາມເອກະພາບ” ໂດຍກະຊວງດັ່ງກ່າວຈັດຂຶ້ນ, ໃນນັ້ນ ປະຊາຊົນນັບສິບໆຄົນໄດ້ພ້ອມກັນຍ່າງລຽບຕາມເສັ້ນຊາຍແດນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນເວລາ 13 ວັນ ເພື່ອສະແດງຄວາມຫວັງຢາກທ້ອນໂຮມ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເປັນເອກະພາບ. ນີ້ແມ່ນຄັ້ງທຳອິດ ໃນຈຳນວນ 10 ຄັ້ງທີ່ຄາດວ່າຈະປະຕິບັດໃນປີນີ້.
ໃນໄລຍະຜ່ານມາ, ສ.ເກົາຫຼີ ແລະ ອາເມລິກາ ໄດ້ສົ່ງສັນຍານຢາກເຊື່ອມຕໍ່ການເຈະລຈາຄືນໃໝ່ກັບ ສປປ.ເກົາຫຼີ ແຕ່ວັນທີ 23 ມິຖຸນາ, ກະຊວງການຕ່າງປະເທດ ສປປ.ເກົາຫຼີ ໄດ້ອອກແຈ້ງການ, ປະຕິເສດຂໍ້ສະເໜີຂອງ ອາເມລິກາ.