ສ ເກົາຫຼີ ໜູນຊ່ວຍ ມະນຸດສະທຳ ໃຫ້ແກ່ ສປປ ເກົາຫຼີ
![ສ ເກົາຫຼີ ໜູນຊ່ວຍ ມະນຸດສະທຳ ໃຫ້ແກ່ ສປປ ເກົາຫຼີ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_09_03/tre-em-trieu-tien.jpg)
ເດັກນ້ອຍ ສປປ ເກົາຫຼີ ກິນ vitamin A
(ພາບ: AP)
(vovworld) – ວັນທີ 2/9, ກະຊວງທ້ອນໂຮມປະເທດເປັນເອກະລາດ ສ ເກົາຫຼີ ໃຫ້ຮູ້ວ່າ: ປະເທດນີ້ຈະໜູນຊ່ວຍມະນຸດສະທຳຈຳນວນເງິນກ່ວາ 6 ລ້ານ USD ໃຫ້ແກ່ ສປປ ເກົາຫຼີ ຜ່ານອົງການອະນາໄມໂລກ (WHO). ຈຳນວນເງິນນີ້ຈະສົ່ງເຖິງ WHO ເພື່ອຊ່ວຍສ້ອມແປງບັນດາຮາກຖານສາທາລະນະສຸກ, ບຳລຸງສ້າງພະນັກງານການແພດ ແລະ ສະໜອງຢຸກຢາທີ່ຈຳເປັນໃຫ້ແກ່ປະຊາຊົນ ສປປ ເກົາຫຼີ.
ແລະກໍ່ໃນວັນດຽວກັນ, ທ່ານປະທານຄະນະກຳມະການຮ່ວມ 2 ພາກ ເກົາຫຼີ ຂອງຝ່າຍ ສ ເກົາຫຼີ Kim Ki – woong ໃຫ້ຮູ້ວ່າ: ເຊີອູນ ຈະມານະພະຍາຍາມຍົກເຂດອຸດສາຫະກຳຮ່ວມ Kaesong ຂຶ້ນລະດັບສາກົນ. ຄຳເຫັນນີ້ໄດ້ຍົກອອກມາກ່ອນທີ່ທ່ານ Kim Ki – woong ເດີນທາງເຂົ້າຮ່ວມກອງປະຊຸມຄັ້ງທີ 1 ຂອງຄະນະກຳມະການຮ່ວມຢູ່ເຂດອຸດສາຫະກຳ Kaesong ໃນຕອນເຊົ້າວັນທີ 2/9. ທ່ານ Kim Ki – woong ຢັ້ງຢືນຄວາມຕັດສິນໃຈຂອງ ສ ເກົາຫຼີ ໃນການນຳສັນຍາລັກແຫ່ງການຮ່ວມມືເສດຖະກິດລະຫວ່າງ 2 ພາກ ເກົາຫຼີ ນີ້ໃຫ້ເປັນສະພາບແວດລ້ອມແຫ່ງການເຄື່ອນໄຫວດີທີ່ສຸດໃຫ້ແກ່ບັນດາວິສາຫະກິດ ສ ເກົາຫຼີ, ພ້ອມທັງຊ່ວຍໃຫ້ເຂດອຸດສາຫະກຳ Kaesong ມີກຳລັງແກ່ງແຍ້ງກັບສາກົນ ແລະ ດຶງດູດບັນດາວິສາຫະກິດຕ່າງປະເທດ.