ຫນັງສືພິມອີຕາລີຍ້ອງຍໍ ບັນດາຫາດຊາຍທະເລ ສວຍງາມຂອງຫວຽດນາມ


ຫນັງສືພິມອີຕາລີຍ້ອງຍໍ ບັນດາຫາດຊາຍທະເລ ສວຍງາມຂອງຫວຽດນາມ - ảnh 1

ເກາະ​ຟູກ​ວກ

(ພາບ: ຂ່າວສານ​ຫວຽດນາມ)

 (vovworld)- ​ ​ພາຍ​ໃຕ້​ຫົວ​ຂໍ້: “ຫວຽດນາມ, ຫາດ​ຊາຍ​ທະ​ເລ​ແຫ່ງ​ສຸດ​ທ້າຍ“, ​ ​ຄໍ​ລຳ​ທ່ອງ​ທ່ຽວ​ຂອງໜັງສືພິມ​ລາຍ​ວັນ​ອັນ​ດັບ 1 ຂອງ​ອີ​ຕາ​ລີ La Repubblica ​ໄດ້​ຍ້ອງຍໍ​ບາງ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ຫວຽດນາມ, ​ໃນ​ນັ້ນມີ​ເກາະ​ຟູກ​ວກ. ບົດ​ຂຽນ​ໄດ້​ພັນ​ລະນາ​ຟູກ​ວກ​ແມ່ນ “ສະຫວັນ​ແຫ່ງ​ນ້ອຍ“ ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ ດ້ວຍ​ “ບັນດາ​ຫາດ​ຊາຍ​ທະ​ເລ​ຫວ່າງ​ເປົາ​, ທຳ​ມະ​ຊາດ​ສວຍ​ງາມ ​ແລະ​ ລາຄາ​ແກ່ງ​ແຍ້​ງ“. ​ໃນ​ບົດ​ຂຽນ​ຍາວ, La Repubblica ​ໄດ້ຢັ້ງຢືນ​ວ່າ: 1 ​ໃນ​ບັນດາ​ແຫ່ງ​ທີ່​ແຂກ​ທ່ອງ​ທ່ຽວ​ອີ​ຕາ​ລີ ຄວນ​ມາ​ຢ້ຽມຢາມ ນັ້ນ​ແມ່ນ​ບັນດາ​ຫາດ​ຊາຍ​ທະ​ເລ​ຢູ່ ​ແຫຼມມຸຍ​ແນ. ບົດ​ຂຽນ​ຍັງ​ແນະນຳ​ໃຫ້​ຜູ້​ອ່ານ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່​ມໍ່​ກັບ ​ແຫຼມມຸຍ​ແນ ຄື​ແຫຼມ​ເກ​ກາ. ​ໃນ​ຄໍ​ລຳ​ທ່ອງ​ທ່ຽວນີ້, La Repubblica ຍັງ​ແນະນຳ​ບັນດາ​ຫາດ​ຊາຍ​ທະ​ເລ​ທີ່​ມີ​ຊື່ສຽງອື່ນ​ຂອງ​ຫວຽດນາມ​ຢູ່ ​ໂກນ​ດາວ ​ແລະ ດ່າ​ນັງ ອີກ​ດ້ວຍ./.

ຂ່າວ/ບົດ​ອື່ນ