ຫວິງລອງ, ກວາງນິງ, ແທັງຮວາ ເພີ່ມຄວາມໄວໃນການຕ້ານການຂຸດຄົ້ນ IUU

(VOVWORLD) -  ນັບແຕ່ປີ 2024 ມາຮອດປະຈຸບັນ, ແຂວງ ຫວິງລອງ ບໍ່ມີກຳປັ່ນໃດລະເມີດເຂດທະເລຕ່າງປະເທດ.
ຫວິງລອງ, ກວາງນິງ, ແທັງຮວາ ເພີ່ມຄວາມໄວໃນການຕ້ານການຂຸດຄົ້ນ IUU - ảnh 1(ນັບແຕ່ປີ 2024 ມາຮອດປະຈຸບັນ, ແຂວງ ຫວິງລອງ ບໍ່ມີກຳປັ່ນໃດລະເມີດເຂດທະເລຕ່າງປະເທດ)

ໂດຍປະຕິບັດເດືອນຈຸດສຸມກ່ຽວກັບການຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ຫຼາຍທ້ອງຖິ່ນພວມເພີ່ມຄວາມໄວຜັນຂະຫຍາຍຫຼາຍມາດຕະການໜູນຊ່ວຍນະໂຍບາຍ ແລະ ເຕັກໂນໂລຊີ.

ຢູ່ ຫວິງລອງ, ພາຍຫຼັງການໂຮມແຂວງ, ທົ່ວແຂວງມີກຳປັ່ນຫາປາກວ່າ 4.600 ລຳ, ມີຂອບຂະໜາດໃຫຍ່ແຖວໜ້າຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ເພື່ອພ້ອມກັບທົ່ວປະເທດມຸ່ງໄປເຖິງເປົ້າໝາຍແກ້ໄຂ “ບັດເຫຼືອງ” IUU ຂອງຄະນະກຳມະການ ເອີລົບ (ອີຊີ), ປະຈຸບັນ, ທາງແຂວງກໍໄດ້ປະຕິບັດບັນດາໝວດມາດຕະການ, ຄື: ສ້າງນະໂຍບາຍຫັນປ່ຽນອາຊີບໃຫ້ສົມບູນແບບ; ປະກາດໃຊ້ນະໂຍບາຍໜູນຊ່ວຍຊາວປະມົງທີ່ມີກຳປັ່ນ ແຕ່ບໍ່ມີຄວາມຕ້ອງການຂຸດຄົ້ນ ຫຼື ເງື່ອນໄຂບໍ່ພຽງພໍເພື່ອສືບຕໍ່ການເຄື່ອນໄຫວຂຸດຄົ້ນ; ກວດກາຄືນ ແລະ ສ້າງຂໍ້ມູນ ກອງກຳປັ່ນຫາປາອັບເດັດໃໝ່ ບົນພື້ນຖານຂໍ້ມູນອາຊີບການປະມົງແຫ່ງຊາດ… ຍ້ອນບັນດາມາດຕະການດັ່ງກ່າວ, ນັບແຕ່ປີ 2024 ມາຮອດປະຈຸບັນ, ແຂວງ ຫວິງລອງ ບໍ່ມີກຳປັ່ນໃດລະເມີດເຂດທະເລຕ່າງປະເທດ.

ຢູ່ແຂວງ ກວາງນິງ, ອຳນາດການປົກຄອງທ້ອງຖິ່ນໄດ້ດຳເນີນການກວດກາສະພາບການຈົດທະບຽນ, ກວດກາເຕັກນິກ, ການອະນຸຍາດໃຫ້ກຳປັ່ນຫາປາທັງໝົດ. ພິເສດ, ທາງແຂວງໄດ້ຍູ້ແຮງຄວາມຄືບໜ້າອັບເດັດຂໍ້ມູນຂອງເຈົ້າຂອງກຳປັ່ນໃສ່ຖານຂໍ້ມູນອາຊີບການປະມົງແຫ່ງຊາດ.

ຢູ່ແຂວງ ແທັງຮວາ, ກອງບັນຊາການທະຫານຊາຍແດນແຂວງໄດ້ສ້າງຕັ້ງໜ່ວຍຄວບຄຸມເຄື່ອນທີ່ ເພື່ອຮັບປະກັນການຄວບຄຸມຢ່າງເຄັ່ງຂັດ ແຕ່ຍັງສ້າງຄວາມສະດວກໃຫ້ແກ່ຊາວປະມົງເຮັດອາຊີບຫາປາ.

ຕອບກັບ

ຂ່າວ/ບົດ​ອື່ນ